ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 17:37:10    
ງານ​ວາງສະ​ແດງ​ຕະ​ຫຼາດ​ທ່ອງ​ທ່ຽວ​ຂອງ​ອິນ​​ໂດ​ເນ​ເຊຍ​ປີ 2006 ​​ເປີດ​ສາກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 19 ກັນຍາ, ງານ​ວາງສະ​ແດງ​ຕະຫຼາດທ່ອງ​ທ່ຽວຂອງອິນ​ໂດ​ເນ​ເຊຍ​ປີ 2006 ທີ່​ຈະຈັດ​ຂຶ້ນ​ເປັນ​ເວລາ 3 ​ມື້ໄດ້​ເປີດ​ສາກ​ຢູ່​ເມືອງ​ຊີ່​ຈ່ຽງ ​ເທດສະບານ​ແຂວງ​ຊູ​ລາ​ວິສ​ໃຕ້. ອິນ​ໂດ​ເນ​ເຊຍ​ທີ່​ເປັນ​ປະ​ເທດ​ເຈົ້າພາບກ່າວ​ວ່າ, ຫວັງ​ໃຫ້​ງານ​ວາງສະ​ແດງ​ຄັ້ງນີ້​ສາມາດ​ສ້າງຂະ​ແໜງ​ການ​ທ່ອງທ່ຽວຂອງ​ອິນ​ໂດ​ເນ​ເຊຍ​​ໃຫ້​ຈະ​ເລີ​ນຄືນ​ໃໝ່, ​ໂດ​ຍສະ​ເພາະ​ແມ່ນ​ຊຸກ​ຍູ້​ການ​​ພັດທະນາ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​​ເຂດຕາ​ເວັນ​ອອກ.

ງານວາງສະ​ແດງ​ຄັ້ງນີ້​ແມ່ນ​ງານ​ມະ​ໂຫລານ​ການທ່ອງທ່ຽວ​ທີ່​ມີ​ລັກສະນະ​ສາກົນ​ຄັ້ງທີ 13 ທີ່​ຈັດ​ໂດຍ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ແຕ່​ປີ 1994 ​ມານີ້, ອົງການ​ທ່ອງ​ທ່ຽວ 110 ​​ແຫ່ງ​ຂອງ 21 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງລວມທັງ​ຈີນ​ແລະ​ອົງການ​ທ່ອງ​ທ່ຽວ 124 ​ແຫ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງນີ້. ງານ​ວາງສະ​ແດງ​ຄັ້ງນີ້​ໄດ້​ຈັດ​ບ່ອນ​ວາງສະ​ແດງ 105 ​ແຫ່ງ, ຂະໜາດ​ແລະ​ຂອບ​ເຂດ​ທຸລະ​ການ​ລ້ວນ​ແຕ່​ລື່ນ​ກາຍ​ງານ​ວາງສະ​ແດງ​ທຸກ​ຄັ້ງທີ່​ຜ່ານ​ມາ.