ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 18:04:37    
ມຽນ​ມາ​ກ່າວ​ຢ້ຳ​ວ່າ ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍ​ບາຍ​ຢ່າງ​ເດັດ​ຂາດ

cri Author: cai
ຕາມ​​ເວັບ​ໄຊ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ກັນຍາ,ລັດຖະບານ​ມຽນມາ​ໄດ້​ຜ່ານຈາກ​ສື່​ມວນ​ຊົນ​ທາງ​ການ​ອອກ​ຖະ​ແຫຼງການ​ວ່າ,ມຽນມາ​ຈະ​ບໍ່​ປ່ຽນ​ແປງ​ນະ​ໂຍບາຍ​ຂອງ​ຕົນຍ້ອນ​ປະ​ເຊີນໜ້າ​ກັບ​ກຳລັງ​ໜີບແລະ​ການ​ລົງ​ໂທດຂອງ​ສາກົນ.ນີ້​ແມ່ນ​ລັດຖະບານ​ມຽນມາ​ໃຫ້​ຄຳ​ຕອບ​ຢ່າງ​ເປັນ​ທາງ​ການ​ເປັນ​ຄັ້ງ​ທຳ​ອິດຕໍ່​ການ​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດທີ່ຈັດ​ເອົາບັນຫາ​ມຽນມາ​ເຂົ້າ​ໃນ​ວາລະ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ.

ວັນ​ທີ 15 ກັນຍາ,ສະພາ​ຄວາມ​ໝັ້ນຄົງ​ໄດ້​ຜ່ານ​ມະຕິ​ຕົກລົງກ່ຽວ​ກັບ​ການຈັດ​​ເອົາບັນຫາ​ມຽນມາ​ເຂົ້າ​ໃນ​ວາລະ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງດ້ວຍ 10 ບັດ​ເຫັນ​ດີ​ເຊັ່ນອາ​ເມ​ລິ​ກາ​ເປັນ​ຕົ້ນ, 4 ບັດ​ຄັດຄ້ານ​ເຊັ່ນຣັດ​ເຊຍ ຈີນ​ເປັນ​ຕົ້ນ​ແລະ 1 ບັດ​ປະສິດ.ຕໍ່​ເລື່ອງ​ນີ້,ວັນ​ທີ 19 ກັນຍາ,ສື່​ມວນ​ຊົນ​ທາງ​ການ​ຫຼາຍ​ແຫ່ງ​ຂອງ​ມຽນມາ​ໄດ້​ພິມ​ຖະ​ແຫຼ​ງການ​ທີ່​ພາດ​ຫົວ​ເລື່ອງ​ວ່າ:"ຫຼັກໝັ້ນ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ມຽນມາ​ກ່ຽວ​ກັບ​ເລື່ອງ​ບັນຫາ​ມຽນມາ​ຖືກຈັດ​​ເຂົ້າ​ໃນ​ວາລະ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ".