ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-20 19:05:18    
ກອງ​ທະ​ຫານ​ອາ​ເມ​ລິ​ກາ​ຈະ​ຮັກ​ສາ​ກຳ​ລັງ​ທະ​ຫານ​ປະ​ຈຳ​ອີ​ຣັກ​ທີ່​ມີ​ຢູ່​​ໃນ​ປັດ​ຈຸ​ບັນ​ຈົນ​ຮອດ​ກາງ​ປີ​2007

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19​ກັນຍາ,ທ່ານ​​ຈອນ ອາ​ບີ​​ແຊດຜູ່​ບັນຊາ​ການ​ຂອງ​ກອງ​ບັນຊາ​ການ​ສູ​ນກາງ​ຂອງ​ກອງທັບ​ອາ​ເມ​ລິ​ກາ​ປະກາດ​ວ່າ,​ເນື່ອງ​ຈາກສະ​ຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກຊຸດ​ຮ້າຍ​ລົງ,ການ​ປະ​ທະ​ກັນລະ​ຫວ່າງ​ນິກາຍ​ສາດສະ​ໜາດຸ​ເດືອນ​ຂຶ້ນ,ກຳລັງ​ທະ​ຫານ1​ແສນ4​ໝື່ນ7​ພັນ​ຄົນ​ຂອງ​ອາ​ເມ​ລິ​ກາ​ທີ່​ປະຈຳ​ອີກຣັກໃນ​ປັດຈຸບັນ​​ຈະປະຈຳ​ຢູ່​ອີຣັກຈົນ​ຮອດກາງ​ປີ2007.ຂໍ້​ຕົກລົງ​ດັ່ງກ່າວ​ເຮັດ​​ໃຫ້ອາ​ເມ​ລິ​ກາ​ບໍ່​ມີ​ຫວັງຈະ​ຖອນ​ທະຫານ​ອອກຈາກ​ອີຣັກ​ໃນ​​ໄລຍະມໍ່ໆ​ນີ້.

ທ່ານອາ​ບີ​​ແຊດ​ເວົ້າ​ວ່າ,​ເນື່ອງ​ຈາກ​ສະຖານະ​ການ​ໃນ​ປັດຈຸບັນ,ຜູ້ນຳ​ຝ່າຍທະ​ຫານ​ຂອງອາ​ເມ​ລິ​ກາ​ຍັງ​ອາດ​ຈະ​ພິຈາລະນາ​ສືບ​ຕໍ່​ເພິ່ມສົ່ງ​ທະຫານ​ໄປ​ສູ່​ອີຣັກຫຼື​ແກ່ຍາວ​ເວລາ​ປະຈຳ​ອີຣັກ​ຂອງກອງ​ທະ​ຫານທີ່​ປະຈຳ​ຢູ່ອີ​ຣັກ​ໃນ​ປັດຈຸບັນ.

ໃນ​ທ້າຍ​ປີ2005,ຝ່າຍ​ທະ​ຫານ​ອາ​ເມ​ລິ​ກາ​ເຄີຍ​ກ່າວ​ວ່າ,ຫວັງ​ວ່າ​ເມື່ອຮອດ​ທ້າຍ​ປີ​ນີ້,ຈະຕັດ​ກຳລັງ​ທະ​ຫານ​ປະຈຳ​ອີ​ຣັກ​ລົງ​ຮອດ1​ແສນ​ຄົນ.ຍ້ອນ​ວ່າການ​ປະ​ທະ​ກັນລະ​ຫວ່າງ​ນິກາຍ​ສາດ​ສະໜາ​ຕ່າງໆ​ຂອງ​ອີຣັກດຸ​ເດືອນ​ຂຶ້ນ,ການ​ປະຕິ​ບັດງານ​ຂອງ​ລັດຖະ​ບານ​ອີຣັກມີ​ຄວາມ​ຄືບ​ໜ້າ​ຢ່າງ​ຊັກ​ຊ້າ,ເປົ້າ​ໝາຍ​ດັ່ງ​ກ່າວ​ນີ້​ບໍ່​ສາມາດ​ປະກົດເປັນ​ຈິງ​ແລ້ວ.