ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-21 11:01:29    
ເຈົ້າ​ຊີ​ວິດ​ໄທ​ຊົງ​ແຕ່ງ​ຕັ້ງ​ພົນ​ເອກ​ສົນ​ທິ​ເປັນ​ຫົວ​ໜ້າ​ຄະ​ນະ​ປະ​ຕິ​ຮູບ​ການ​ປົກ​ຄອງ​ໄທ

cri

ຕາມ​ຂ່າວCRI, ວັນ​ທີ20​ກັນ​ຍາ,​ສົມ​ເດັດ​ພູມິ​ພົນ ອະດູນ​ຍະ​ເດດ ​ເຈົ້າ​ຊີວິດ​ໄທ​ໄດ້ມີ​ພະ​ລາດ​ຊະ​ໂອງ​ການ​ແຕ່ງ​ຕັ້ງ​ໃຫ້​ພົນ​ເອກ​ສົນທິ ບຸນ​ຍະຣັດ​ກະ​ລິນ​ເປັນ​ຫົວໜ້າ​ຄະນະ​ປະຕິ​ຮູບ​ການ​ປົກ​ຄອງ​ໄທ.

ທ່ານພົນເອກສົນທິດບຸນ​ຍະຣັດ​ກະ​ລິນ​

ໃນ​ພະລາ​ໂອງ​ການ​ຂຽນ​ວ່າ,​ເພື່ອ​ຟື້ນ​ຟູ​ສະຖຽນ​ລະ​ພາບ​ແລະ​ຄວາມ​ເປັນ​ລະ​ບຽບ​ຂອງ​ຊາດ,​ຊົງ​ແຕ່ງ​ຕັ້ງ​ໃຫ້ພົນ​ເອກ​ສົນທິ​ເປັນ​ຫົວ​ໜ້າ​ຄະນະ​ປະຕິ​ຮູບ​ການ​ປົກ​ຄອງ​ໄທ,​ຫວັງ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈົ່ງຮັກ​ສາ​ຄວາມ​ສະຫງົບ,​ໃຫ້​ລັດ​ຖະ​ກອນ​ແລະ​ຜູ້​ປະຕິ​ບັດ​ງານ​ອື່ນໆ​ໃນ​ລັດ​ຖະ​ບານ​ຈົ່ງ​ປະຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພົນ​ເອກສົນ​ທິ​ແຕ່​ນີ້​ເປັນ​ຕົ້ນ​ໄປ.

ວັນ​ທີ20​ກັນຍາ,ທ່ານ​ຊີນ​ກ່າງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ໃນ​ປະ​ເທດ​ໄທ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ໄທ,​ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ຕະ​ຫຼອດ​ມາ.ຈີນ​ກັບ​ໄທ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່ມີ​ໄມຕີ​ຈິດ​ຕໍ່​ກັນ,​ຂໍ​ອວຍ​ພອນ​ໃຫ້​ໄທ​ຈົ່ງ​ມີຄວາມ​ກົມ​ກຽວ​ກັນ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ,​ປະ​ເທດ​ມີ​ຄວາມ​ສະຫງົບ​ປະຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ,​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບໄທ​ຈະ​ຂະຫຍາຍ​ຕົວ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ໂກ​ຟີ ອານ​ນານ​ເລຂາ​ທິການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ,​ຮຽກ​ຮ້ອງ​ໃຫ້​ໄທ​ຈົ່ງ​ຟື້ນ​ຟູ​ລະບອບ​ການ​ເມືອງ​ພົນລະ​ເຮືອນ​ແລະ​ປະຊາ​ທິປະ​ໄຕ,​ແລະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ໄວ.ທ່ານ​ໂທ​ນີ ສະ​ໂນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຮູ້ສຶກ​ຜິດ​ຫວັງ​ຕໍ່​ໄທ​ທີ່​ເກີດ​ລັດ​ຖະ​ປະ ຫານ​ແລະ​ຫວັງ​ວ່າ​ໄທ​ຈົ່ງ​ຟື້ນ​ຟູ​ລະບອບ​ປະຊາ​ທິປະ​ໄຕ​ໂດຍ​ໄວ.

ຕອນ​ຄ່ຳວັນ​ທີ20​ກັນຍາ​ທ່ານ​ທັກສິນ ຊິນນະ​ວັດ ນາຍົກ​ລັດ ຖະມົນ​ຕີຮັກ​ສາ​ການ​ຂອງ​ໄທ​ທີ່​ຖືກ​ໂຄ່ນ​ລົ້ມ​ໃນ​ການ​ລັດຖະ​ປະ​ຫານ​ໄດ້​ຂີ່​ຍົນ​ເດີນ​ທາງ​ຈາກ​ນິວຢອກ​ໄປ​ຮອດ​ລອນ​ດອນ ນະຄອນ​ຫຼວງ​ອັງກິດ,​ເພື່ອ​ຢ້ຽມ​ຢາມ​ສ່ວນ​ຕົວ.​ທ່ານ​ບໍ່​ໄດ້​ສະ​ເໜີຄຳ​ຮ້ອງ​ຂໍ​ເພື່ອ​ພົບ​ປະ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອັງ​ກິດ​ຜູ້​ໃດໆ.