ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-22 21:21:34    
ອົງ​ການ​ຮາ​ມາສ​ກ່າວ​ວ່າ​ຖ້າ​ຕ້ອງ​ຮັບ​ຮູ້​ອິສ​ຣາ​ແອນ​ກໍ່​ຈະ​ບໍ່​ເຂົ້າ​ຮ່ວມ​ລັດ​ຖະ​ບານ​ປະ​ສົມ

cri

ຕາມ​ຂ່າວCRI:ວັນ​ທີ22​ກັນຍາ,ອົງການ​ຮາ​ມາສກ່າ​ວວ່າ,ຖ້າວ່າການ​ຮັບ​ຮູ້​ອິສຣາ​ແອນ​ແມ່ນ​ເງື່ອນ​ໄຂ​ທີ່​ສ້າງ​ຕັ້ງ​ລັດຖະ​ບານ​ປະສົມ​ແຫ່ງ​ຊາດ,ອົງ​ການ​ຮາ​ມາສກໍ່ຈະ​​ບໍ່​ເຂົ້າ​ຮ່ວມ​ລັດຖະບານ​ປະສົມ.

ມື້​ດຽວ​ກັນ,ທ່າ​ນອາມດ໌ ​ໂຢ​ເຊ​ຟ ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ປົກ​ຄອງ​ຕົນ​ເອງ​ປາ​ເລັສ​ຕິນ,ຜູ້​ຊ່ອຍ​ຂອງ​ທ່ານ​ຮາ​ນີ​ເຢ ຜູ້ນຳ​ອົງການ​ຮາ​ມາສ​ນັ້ນເວົ້າ​ວ່າ,ຖ້າວ່າ​ອົງການ​ຮາ​ມາສ​ຕ້ອງ​ຮັບ​ຮູ້​ອິສຣາ​ແອນ,ລັດ​ຖະບານ​ປະສົມ​ແຫ່ງ​ຊາ​ດຊຸດ​​ໃໝ່​ຈະ​ສ້າງ​ຕັ້ງຂຶ້ນ​ບໍ່​ໄດ້.

ແຕ່​ທ່ານ​ໂຢ​ເຊ​ຟ​ກ່າວ​ວ່າ,ອົງ​ການ​ຮາ​ມາສ​ຍິນ​ດີ​ເຊັນ​ສັນຍາ​ກັບ​ອິສຣາ​ແອນ​ ຢຸດ​ຍິງ​ເປັນ​​ເວ​ລາ​5​ປີຫຼື10​ປີ,ຈົນ​ຮອດ​ອິສຣາ​ແອນ​ສິ້ນ​ສຸດ​ການ​ຍຶດຄອງ​ປາ​ເລັສ​ຕິນ.

ວັນ​ທີ21​ກັນຍາ,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນສະ​ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ,ທ່ານ​ອັບ​ບາສ໌ ປະທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເວົ້າ​ວ່າ,​ລັດຖະ​ບານ​ປະສົມ​ແຫ່ງ​ຊາດ​ຊຸດ​ໃໝ່​ທີ່​ເພິ່ນ​ພວມ​ກຽມ​ສ້າງ​ນັ້ນ​ຈະ​ຮັບ​ຮູ້​ອິສຣາ​ແອນ.