ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-28 17:40:04    
ທະ​ຫານ​ອາ​ເມ​ລິ​ກາ​ຢືນ​ຢັນ​ວ່າ ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ຂອງ​ເຂົາ​ພາ​ໃຫ້ 8 ຄົນ​ເສຍ​ຊີ​ວິດ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 27 ກັນຍາ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ຢືນຢັນ​ວ່າ,ການ​ປະ​ຕິ​ບັດ​ການ​ທາງທະຫານ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ຢູ່​ເມືອງ​ບາ​ໂຄ​ບາ ທິດ​ເໜືອ​ແບັກ​ແດັດ​ກ່ອນຂ້ອນແຈ້ງ​ວັນ​ທີ 27 ກັນຍາ​ໄດ້​ພາ​ໃຫ້​ຊາວ​ອີຣັກ 8 ຄົນ​ເສຍ​ຊີວິດ,​ໃນ​ນັ້ນ,ມີ​ຜູ້ຍິງ 4 ຄົນ.

ໃນ​ຖະ​ແຫຼງ​ການ​ສະບັບ​ໜຶ່ງ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຂຽນວ່າ,​ໃນ​ເວລາ​ທະຫານ​ອາ​ເມ​ລິ​ກາ​ໄລ່ຈັບ​ກຳລັງ​ປະກອບ​ອາວຸດ​ທີ່ສົງ​ໄສ​ວ່າເປັນ​ສະມາຊິກ​ອົງການ​ອານ​ໄຄ​ດາ,ມີ​ຄົນ​ຍິງ​ປືນ​ໃສ່​ທະ​ຫານ​ອາ​ເມ​ລິ​ກາ​ຈາກ​ເຮືອນ​ຫຼັງ​ໜຶ່ງ,ທະຫານ​ອາ​ເມ​ລິ​ກາ​ຈຶ່ງຍິງ​ປືນ​ໃສ່​ຄືນ,​ເຮັດ​ໃຫ້​ຜູ້​ຊາຍ 2 ຄົນ​ຕາຍ.ຫຼັງຈາກ​ນັ້ນ,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​​ໂຈມ​ຕີ​​ເຮືອນ​ຫຼັງ​ນີ້​ທາງ​ອາ​ກາດ,ພາ​ໃຫ້​ຜູ້​ຊາຍ 2 ຄົນ​ແລະ​ຜູ້ຍິງ 4 ຄົນ​ຕາຍ.ນອກ​ນີ້,ກອງ​ທະຫານ​ອາ​​ເມ​ລິ​ກາ​ຍັງ​ໄດ້​ຈັບ​ຜູ້​ຊາຍ 2 ຄົນ​​ແລະ​ຜູ້ຍິງຄົນ​ໜຶ່ງທີ່ບາດ​ເຈັບ​ໃນ​ການ​ຍິງ​ຕໍ່ສູ້ກັນ.

ຫຼັງ​ຈາກ​ເຫດການນີ້,​ໂຄສົກ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເວົ້າ​ວ່າ,ກອງ​ທະຫານ​ອາ​ເມ​ລິ​ກາ​ຍັງ​ພວມສືບສວນ​ຜູ້​ຖືກ​ຍິງ​ຕາຍ​ແລະຖືກ​ຈັບ​ຕົວ​ເຫຼົ່າ​ນີ້​ແມ່ນ​ຜູ້​ຕ້ອງ​ຫາ​ທີ່​ກອງ​ທະຫານ​ອາ​ເມ​ລິ​ກາ​ໄລ່ຈັບຫຼືບໍ່.ໃນ​ຖະ​ແຫຼງການກ່ອນ​ໜ້າ​ນັ້ນ,ກອງ​ທະຫານ​ອາ​ເມ​ລິ​ກາ​ເອີ້​ນຊາວ​ອີຣັກທີ່​ຕາຍ​ແລະ​ບາດ​ເຈັບ​ເຫຼົ່າ​ນີ້​ເປັນ"ພວກ​ກໍ່​ການ​ຮ້າຍ".

ຕາມ​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ແຈ້ງ​ຂ່າວ​ວ່າ,ຄອບຄົວ​ຂອງ​ຜູ້​ຕາຍ​ເວົ້າ​ວ່າ,ຍາດຕິ​ພີ່ນ້ອງຂອງ​ພວກ​ເຂົາ​ເຈົ້າ​ບໍ່​ມີ​ການ​ພົວພັນ​ໃດໆ​ກັບ​ອົງການ​ກໍ່​ການ​ຮ້າຍ,​ໃນ​ເວລາ​ກອງ​ທະຫານ​ອາ​ເມ​ລິ​ກາປະຕິບັດ​ການ​ທາງ​ທະຫານ​ຢູ່​ນັ້ນ,ພວກ​ເຂົາ​ເຈົ້າ​ພວມ​ກຽມກິນ​ເຂົ້າຢູ່​​ໃນ​ເຮືອນ.