ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-06 18:01:40    
ນາງ​ຄອນ​ໂດ​ລີ​ຊາ ໄຣສ໌​ກ່າວ​ວ່າ,​ເວ​ລາ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ແລະ​ຄວບ​ຄຸມ​ຄວາມ​ຮຸນ​ແຮງ​ຂອງ​ຜູ້​ນຳ​ອີ​ຣັກ​ແມ່ນ​ມີ​ຄວາມ​ຈຳ​ກັດ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ5​ຕຸລາ,​ນາງ​ຄອນ​ໂດ​ລີ​ຊາ ໄຣສ໌ ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາທີ່​ພວມ​ຢ້ຽມ​ຢາມ​ອີ​ຣັກ​ຢ່າງ​ກະ​ທັນ​ຫັນ​ກ່າວ​ເຕືອນ​ຜູ້​ນຳ​ອີຣັກ​ວ່າ,​ເວ​ລາ​ໃຫ້​ພວກ​​ເພິ່ນ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ທາງ​ການ​ເມືອງ​ລະ​ຫວ່າງ​ຝ່າຍ​ຕ່າງໆ​ນັ້ນ​ແມ່ນ​ມີ​ຄວາມ​ຈຳ​ກັດ,ປັດ​ຈຸ​ບັນ,ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ທີ່​ເລື່ອນ​ຂັ້ນ​ຢ່າງ​ຮອບ​ດ້ານ​ຢູ່​ອີ​ຣັກ​ເຮັດ​ໃຫ້​ຄົນ​ທົນ​ບໍ່​ໄຫວ.

ໃນ​ໄລຍະ​ການ​ຢ້ຽມ​ຢາມ,ນາງ​ໄຣສ໌​ໄດ້​ພົບ​ປະ​ທ່ານ​ໂນ​ຣີ ອານ​ມາ​ລີ​ກີ ນາ​ຍົກ​ລັດ​ຖະ​ມົນ​ຕີ,ທ່ານ​ຈາ​ລາ ທາລາ​ປານີ ປະ​ທາ​ນາ​ທິ​ບໍ​ດີ​ແລະ​ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ​ຈຳ​ນວນ​ໜຶ່ງ​ຂອງ​ອີຣັກ.

ນາງ​ໄຣສ໌​ກ່າວ​ວ່າ,ບົດ​ບາດ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ສະ​ໜັບ​ສະ​ໜູນ​​ແລະ​ຊຸກ​ຍູ້​ບັນ​ດາ​ຝ່າຍ​ອີ​ຣັກ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​​ຢ່າງ​ວ່ອງ​ໄວ.ນາງ​ຍັງ​ເວົ້າ​ວ່າ,ມັນ​ເດັ່ນ​ຊັດ​ແລ້ວ​ວ່າ,ບັນ​ຫາ​ຄວາມ​ປອດ​ໄພ​ແລະ​ບັນ​ຫາ​ການ​ເມືອງ​ແມ່ນ​ຕິດ​ພັນ​ກັນ.