ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-10 18:35:50    
ທ່ານ​ບົວ​ສອນ ບຸບ​ຜາ​ວັນ ນາ​ຍົກ​ຜູ້​ໃໝ່​ຂອງ​ລາວ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ລະ​ລຶກ​ຈີນ​​ອາ​ຊຽນ​ສ້າງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ​15​ປີ

cri

ຕາມ​ຂ່າວ​ສານ​ຈີນ:ວັນ​ທີ9​ຕຸລາ,​ໃນ​ເວລາ​ໃຫ້​ສຳ​ພາດພິ​ເສດ​ຂອງ​ນັກ​ຂ່າວ​ຂ່າວ​ສານ​ຈີນຢູ່​ທີ່​ວຽງ​ຈັນ,​ເຈົ້າ​ໜ້າ​ທີ່​ສະຖານ​ທູດ​ຈີນ​ປະຈຳ​ລາວ​ເວົ້າ​ວ່າ,ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກ​ຜູ້​ໃໝ່​ຂອງ​ລາວ​ທີ່​ໄດ້​ຮັບ​ເລືອກຕັ້ງ​ໃນ​ເດືອນ​ມິຖຸນາ ຈະ​ໄປ​ເມືອງ​ນານ​ນີງ ​ເຂດ​ກວາງຊີ​ຂອງ​ຈີນ​ໃນ​ທ້າ​ຍ​ເດືອນ​ນີ້,​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ກັບ​ອາ​ຊຽນ​ສ້າງ​ການ​ພົວ​ພັນຄູ່​ເຈລະຈາ​ຄົບຮອບ​15ປີ.

ທ່ານ​ຫຼີ​ເຂີ​ອູ ທີ່​ປຶກສາ​​ຂອງ​ສະຖານ​ທູດ​ຈີນ​ປະຈຳ​ລາວ​ກ່າວ​ວ່າ,ການ​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ​ຈີນ-​ອາຊ​ຽນ​ໄດ້​ສ້າງໂອກາດ​ທຸລະ​ກິດ​ໃຫ້​ແກ່​ວິ​ສາ​ຫະກິດ​ລາວ,​ເຟີ​ນິ​ເຈີ​ຂອງ​ລາວ​ທີ່​ເຂົ້າ​ຮ່ວມ​ງານວາງສະ​ແດງ​ກໍ່​ຂາຍ​ດິບ​ຂາຍ​ດີທີ່​ສຸດ.ປີ​ນີ້,ລາວ​ຈະ​ຈັດຕັ້ງ​ວິ​ສາ​ຫະກິດ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ.ທ່ານ​ບົວ​ສອນ ນາຍົກ​ລັດຖະ​ມົນຕີ​ລາວ​ແລະ​ຜູ້ນຳ​ປະ​ເທດ​ອາຊຽນ​ອື່ນໆ​ຈະ​ພ້ອມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ລະລຶກ​ຈີນ​ກັບ​ອາ​ຊຽນ​ສ້າງ​ການ​ພົວພັນ​ຄູ່​ເຈລະ​ຈາ​ຄົບ​ຮອບ15​ປີ​ທີ່​ຈັດ​ຂຶ້ນໃນ​ເວລາ​ດຽວ​ກັນ​ກັບ​ງານ​ເອັກສ​ໂປ.

ຕາມ​ແນະ​ນຳ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ການ​ໄປມາຫາ​ສູ່​ກັນດ້ານ​ເສດຖະ​ກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ​ໄດ້​ເພິ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ,​​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ມີ130​ລ້ານ​ໂດ​ລາ.