ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-13 17:24:43    
ທ່ານ​ບຸສ​ພົບ​ປະ​ທ່ານ​ທາງ​​ເຈ່ຍ​ຊວນ

cri

ຕາມ​ຂ່າວCRI:ວັນ​ທີ12​ຕຸລາ,ທ່ານ​ຈັອດ ບຸສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ທ່ານ​ທາງ​ເຈ່ຍ​ຊວນ ຜູ້ຕາງ​ໜ້າ​ພິ​ເສດ​ຂອງ​ປະທານ​ປະ​ເທດ​ຈີນ,ທີ່​ປຶກສາ​ແຫ່ງ​ລັດ​ຈີນ.

ທ່ານ​ທາງ​ເຈ່ຍ​ຊວນ​ໄດ້​ເລົ່າ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ​ຫູ​ຈິນທາວ​ທີ່​ຝາກ​ເຖິງທ່ານ​ບຸສ,​ແລະ​ກ່າວ​ເນັ້ນ​ວ່າ,ການ​ບັນລຸ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ,ຮັກ​ສາ​ສັນຕິ​ພາບ​ ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ແຫຼມ​ເກົາຫຼີ​​ແລະ​ອາຊີຕາ​ເວັນອອກ​ສຽງ​ເໜືອ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມຂອງ​ຈີນ​ກັບ​ອາ​ເມ​ລິ​ກາ,ທັງສອດຄ່ອງ​ກັບຜົນ​ປະ​ໂຫຍ​ດຮ່ວມຂອງ​ບັນດາ​ປະ​ເທດ​ອາຊີຕາ​ເວັນ​ອອກ​ສຽງ​ເໜືອ.ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​ເພິ່ມທະວີ​ການ​ຮ່ວມ​ມື,ຮັບ​ມື​ຢ່າງ​ເໝາະ​ສົມ,ປ້ອງ​ກັນ​ບໍ່​ໃຫ້​ສະຖານ​ະການ​ຊຸດ​​ໂຊມ​ລົງ​ຕື່ມ​ຈົນ​ບໍ່​ສາມາດ​ຄວບ​ຄຸມ​ໄດ້.ທ່ານ​ກ່າວ​ວ່າ,ບັນຫາ​​ກ່ຽວ​ກັບ​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍພວມ​ຢູ່​​ໃນ​ໄລຍະ​ທີ່​ສົບ​ສົນ,ສະ​ນັ້ນ​ຝ່າຍຕ່າງໆ​ຄວນຮັບ​ມື​ກັບ​​ເລື່ອງ​ນີ້​ຢ່າງໃຈ​ເຢັນ,ຍຶດ​ໝັ້ນ​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການ​​ເຈລະ​ຈາ,ທຳ​ຄວາມ​ພະຍາ​ຍາມ​ເພື່ອຈັດ​ການ​ເຈລະ​ຈາ​6ຝ່າຍ​ຄືນ​​ໃໝ່.

ປະທາ​ນາທິບໍ​ດີ​ບຸ​ສກ່າວ​ເນັ້ນ​ວ່າ,ຈີນ​ກັບ​ອ​າ​ເມ​ລິ​ກາ​ຄວນ​ຮ່ວມ​ມື​​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ໃນ​ດ້ານ​ການ​ຮັກສາ​ສັນຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.ທ່ານ​ກ່າ​ວວ່າ,ຝ່າຍ​ອາ​ເມ​ລິ​ກາ​ຍຶດໝັ້ນ​ຜ່ານ​ຈາກວິທີ​ທາງ​ການ​ທູດ,ສະ​​ແຫວງ​ຫາ​ຊ່ອງ​ທາງ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​​ແຫຼມ​ເກົາ​ຫີຼໂດຍ​ສັນຕິ​ວິທີ.