ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-14 18:34:42    
ທ່ານ​ລີວ​ເຈີ້ນ​ມີນ​ແນະ​ນຳ​ມາດ​ຕະ​ການ​ທີ່​ຈີນ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອາ​ຟຼິ​ກາ​ຕໍ່​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ

cri

ຕາມຂ່າວCRI:ວັນ​ທີ13​ຕຸລາ,​ໃນ​ເວລາປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຂະ​ຫຍາ​ຍການ​ພົວພັນ​ໝູ່​ຄູ່​ແບບ​ໃໝ່ຂອງ​ອາ​ຟຼິກາ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ,ທ່ານ​ລີ​ວ​ເຈີ້ນ​ມີນ ຮອງ ຜູ້ຕາງ​ໜ້າ​ຖາວອນ​ຂອງ​ຈີນປະ​ຈຳສະ​ຫະປະ​ຊາຊາດ​ໄດ້​​ແນະນຳມາດ​ຕະການ​ທີ່​ຈີນ​ສະ​ໜັບສະ​ໜູນ​ການ​ພັດທະນາປະ​ເທດ​ອາ​ຟຼິກາຕໍ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຢ່າງ​ຮອບດ້ານ.

ທ່ານລີວເຈີ້ນ​ມີນເວົ້າ​ວ່າ,ນັບແຕ່ປີ2​000ມາ​ນີ້,ນັບລວມ​ແລ້ວ,ລັດຖະ​ບານ​ຈີນ​ໄດ້ຍົກ​ເວັ້ນໜີ້​ສິນຂອງ​ປະ​ເທດ​ທຸກ​ຍາກຂອງ​ອາ​ຟຼິກາ​ທີ່​ຕິດ​ໜີ້​ຢ່າງ​ຫຼວງ​ຫຼາຍ​ແລະ​ປະ​ເທດ​ດ້ອຍ​ພັດ​ທະນາ​ກວ່າ​ໝູ່31ປະ​ເທດລວມ156​ລາຍ,ຍອດ​ມູນ​ຄ່າມີ10​ຕື້500ລ້ານ​ຢວນ.ພ້ອມ​ກັນ​ນັ້ນ,ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ,ລັດຖະບານ​ຈີນ​ຍັງ​ໄ​ເລິ່ມປະ​ຕິບັດ​ສູນ​ພາສີ​ຕໍ່​ຜະລິດ​ຕະພັນ​ສ່ວນ​ໜຶ່ງ​ຂອງ25​ປະ​ເທດ​ດ້ອຍ​ພັດທະ​ນາ​ກວ່າ​ໝູ່​ຂອງ​ອາ​ຟຼິກາ.

ນອກ​ນີ້,ທ່ານ​ລີ​ວ​ເຈີ້ນມີນຍັງ​ເວົ້າ​ວ່າ,ປີ​ກາຍ​ນີ້,ນັບ​ລວມ​ແລ້ວ,ຈີນ​ໄດ້ເຊີນ​3000​ກວ່າ​ຄົນ​ຂອງ50​ກວ່າ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ພາກ​ພື້ນອາ​ຟຼິກາ​ມາ​ອົກ​ຮົມຢູ່​ຈີນ.ປັດຈຸບັນ,ມີ​ນັກ​ສຳ​ມະ​ນາ​ກອນ​ເກືອບ1100​ຄົນ​ຂອງ46​ປະ​ເທດ​ອາ​ຟິຼກາ​ໄດ້​ຮັບທຶນ​ການ​ສຶກສາ​ທີ່​ລັດຖະບານ​ຈີນ​ສະໜອງ​​ໃຫ້ມາ​ຮຽນ​ຢູ່​ຈີນ.