|
|
(GMT+08:00)
2006-10-19 17:42:24
|
|
ນາຍົກລາວພົບປະທ່ານລຽງກວ່າງເລ້ຍ
cri
ຕາມຂ່າວສານຊີນຮວາ, ວັນທີ18ຕຸລາ,ຢູ່ວຽງຈັນ,ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ພົບປະກັບທ່ານລຽງກວ່າງເລ້ຍ ກຳມະການຄະນະກຳມະການການທະຫານສູນກາງຈີນ ເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນຈີນພ້ອມດ້ວຍຄະນະ.
ທ່ານບົວສອນກ່າວວ່າ,ປີນີ້ແມ່ນຈີນກັບລາວສ້າງສາຍສຳພັນທາງການທູດຄົບຮອບ45ປີ,ໃນເກືອບເຄິ່ງສະຕະວັດມານີ້,ບໍ່ວ່າໃນໄລຍະສົງຄາມຫຼືໄລຍະສ້າງສາສັນຕິພາບ,ລັດຖະບານແລະປະຊາຊົນຈີນລ້ວນແຕ່ໄດ້ສະໜັບສະໜູນລັດຖະບານແລະປະຊາຊົນລາວຢ່າງແຂງແຮງ.ເມື່ອກ້າວເຂົ້າສູ່ສະຕະວັດໃໝ່,ການພົວພັນຮ່ວມມືມິດຕະພາບໃນຂົງເຂດຕ່າງໆລະຫວ່າງສອງຝ່າຍກໍໄດ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.ລັດຖະບານລາວເດັດດ່ຽວຍຶດໝັ້ນນະໂຍບາຍຈີນດຽວ,ແລະຈະເພີ່ມທະວີການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນກັບຈີນຄືແຕ່ໃດໆມາ.
ທ່ານລຽງກວ່າງເລ້ຍກ່າວວ່າ,ພັກ ລັດແລະກອງທັບຂອງຈີນເອົາໃຈໃສ່ນຳການພົວພັນຈີນລາວໂດຍຕະຫຼອດ,ຍິນດີພ້ອມກັນກັບຝ່າຍລາວທຳຄວາມພະຍາຍາມ,ຊຸກຍູ້ການພົວພັນລະຫວ່າງສອງປະເທດແລະສອງກອງທັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ມື້ດຽວກັນຢູ່ວຽງຈັນ,ພົນໂທດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດຂອງລາວກໍໄດ້ພົບປະກັບທ່ານລຽງກວ່າງເລ້ຍ.ທ່ານລຽງກວ່າງເລ້ຍຍັງໄດ້ພົບປະກັບພົນຈັດຕະວາແກ່ນຄຳ ແສງລາທອນ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.
ທ່ານລຽງກວ່າງເລ້ຍແມ່ນເດີນທາງໄປຮອດວຽງຈັນເລີ່ມຢ້ຽມຢາມລາວໃນວັນທີ17ຕຸລາ.ກ່ອນໜ້ານີ້,ທ່ານໄດ້ໄປຢ້ຽມຢາມກຳປູເຈຍ,ແລະຍັງຈະໄປຢ້ຽມຢາມໄທແລະມຽນມາອີກ.
|
|
|