ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-25 18:27:22    
ທ່ານ​ແບຼພົບ​ປະ​ທ່ານ​ເຈຍ​ຊິ້ງລິນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 24 ຕຸລາ ຢູ່​ລອນ​ດອນ ທ່ານ​ໂທ​ນີ​ແບຼ ນາຍົກລັດຖະມົນຕີອັງກິດ​ໄດ້​ພົບ​ປະ​ທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ທີ່​ໄປ​ຢ້ຽມຢາມ​ອັງກິດ.


​ໃນ​ເວລາ​ພົບ​ປະ ທ່ານ​ເຈຍ​ຊິ້ງລິນ​ກ່າວວ່າ,ຈີນ​​ແລະ​ອັງກິດ​ແມ່ນ​ປະ​ເທດສະມາ ຊິກຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ,ມີ​ຜົນ​ປະ​ໂຫຍ​ດຮ່ວມ​ອັນ​ກວ້າງຂວາງ.ການລົງ ເລິກຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ບໍ່​ຢຸດ​ຢັ້ງນັ້ນ,ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​​ແລະ​ປະຊາ ຊົນ​ສອງ​ຊາດ,ທັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ ສະຖຽນ​ລະ​ພາບ​ແລະຄວາມ​​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ.

ທ່ານ​ແບຼ​ກ່າວ​ວ່າ,ອັງກິດ​ເຫັນ​ວ່າ,ຈີນ​ໄດ້​​ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ວຽກ​ງານ​ສາກົນ.ຝ່າຍ​ອັງກິດ​ຈະ​ເຮັດ​ຄື​​ໄລຍະ​ຜ່ານ​ມາ​ເພື່ອຂະຫຍາຍ​ການ​ພົວພັນ​ລະຫວ່າງ​ອັງກິດ​ກັບ​ຈີນ.ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນອັນ​ສຳຄັນ​ທີ່​ສົນ​ໃຈ​ຮ່ວມກັນ.


ມື້​ດຽວ​ກັນ ສະມາຄົມ​ການ​ຄ້າ​ອັງກິດ​ຈີນ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ້ອນຮັບ​ທ່ານ​ເຈຍ​ຊິ້ງລິນ​ຢູ່​ລອນ​ດອນ.​ໃນ​​ເວລາ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ນີ້ ທ່ານ​​​ເຈຍ​ຊິ້ງລິນ​​ໄດ້​ກ່າວ​ປາຖະກະຖາ​ວ່າ,​ໂລກຢາກ​ບັນລຸສະຖຽນ​ລະ​ພາບ​ແລະ​​ຈະ​ເລີ​ນຮຸ່ງ​ເຮືອງ,​ແມ່ນ​ຫ່າງ​​ເຫີ​ນອອກ​ຈາກ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ກົມກຽວ​ແລະ​ກ້າວ​ໄປ​ໜ້າ​ຮ່ວມ​ກັນນັ້ນບໍ່​ໄດ້.ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ,ພະຍາຍາມ​ສ້າງ​ໂລກ​ທີ່ກົມກຽວກັນ.