ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 17:08:06    
ອາ​ຟຼິ​ກາ​ໃຕ້​ຄອງ​ຄອຍ​ເວທີ​ປຶກ​ສາ​ຫາ​ລື​ສຸດ​ຍອດ​ການ​ຮ່ວມ​ມື​ຈີນ​ອາ​ຟຼິ​ກາ

cri
ຕາມ​ຂ່າວສານ​ຊີນ​ຮວາ, ວັນ​ທີ29​ຕຸລາ,​ຢູ່​ໂຢຣັນ​ເນັດ​ສະ​ເບີກ,​ທ່ານ​ໂຣນີ ມາ​​ໂມອີ​ປາ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຟຼິກາ​ໃຕ້​ປະກາດ​ວ່າ,​ວັນ​ທີ3ພະ​ຈິກປີ​ນີ້,​ທ່ານ​ທາ​ໂບ ມູ​ເຢັນ​ວາ ມູ​ເບ​ກີ ປະທາ​ນາ​ທິບໍ​ດີ​ອາ​ຟຼິກາ​ໃຕ້​ຈະ​ນຳພາ​ຄະ​ນະ​ຜູ້​ແທນ​ລັດຖະ​ບານ​ຊັ້ນ​ສູງ​ເດີນ​ທາງ​ໄປປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາ​ລື​ສຸດ​ຍອດ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາ​ທີ່​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ4ຫາ​ວັນ​ທີ5​ພະຈິກ,​ທ່ານ​ເວົ້າ​ວ່າ,​ລັດຖະ​ບານ​ອາ​ຟຼິກາ​ໃຕ້​ມີ​ຄວາມ​ຄອງ​ຄອຍ​ຫຼາຍ​ຕໍ່​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້,​ແລະ​ຈະ​ພ້ອມ​ກັນ​ກັບ​ຜູ້​ນຳ​ຈີນ​ແລະ​ປະ​ເທດ​ອາ​ຟຼິກາ​ອື່ນໆ​ປຶກ​ສາ​ຫາລື​ການ​ກະ​ທຳ​ລະອຽດ​ແລະ​ທິດ​ທາງ​ຮ່ວມ​ມື​ໃນ​ການ​ປະຕິ​ບັດ​"ແຜນ​ການ​ຄູ່​ຮ່ວມ​ມື​ໃໝ່​ເພື່ອ​ພັດ​ທະ​ນາ​ອາ​ຟຼິກາ".

ເມື່ອ​ກ່າວ​ເຖິງ​ການ​ພົວພັນ​ລະ​ຫວ່າງ​ອາ​ຟຼິກາ​ໃຕ້​ກັບ​ຈີນ,​ທ່ານ​ມາ​ໂມ​ພາ​ເວົ້າ​ວ່າ,​ລັດ​ຖະ​ບານ​ອາ​ຟຼິກາ​ໃຕ້​ໄດ້​ຈັດ​ເອົາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຈີນ​ໄວ້​ຢູ່​ຖາ​ນະ​ບູລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ກັບ​ຕ່າງປະ​ເທດ.​ທ່ານ​ເຫັນ​ວ່າ,​ລະ ບຽບ​ການ​ສາກົນ​ທີ່​ຕ້ອງ​ອາ​ໄສ​ຊຶ່ງ​ກັນ​ແລະ​ກັນ​ຕ້ອງ​ການ​ໃຫ້​ປະ​ເທດ​ທີ່​ມີ​ຄວາມ​ປາ​ຖະ​ໜາ ຄື​ກັນນັ້ນ​ຮ່ວມ​ສຳພັນ​ກັນ​ໃນ​ວຽກ​ງານ​ຮ່ວມ,ການ​ພົວ​ພັນ​ລະ​ຫວ່າງ​ອາ​ຟຼິກາ​ໃຕ້​ກັບ​ຈີນ​ສາ​ມາດ​ເວົ້າ​ໄດ້​ວ່າ​ແມ່ນ​ຕົວ​ຢ່າງ​ແຫ່ງ​ການ​ຮ່ວມ​ມື,​ການ​ພົວ​ພັນ​ແບບ​ນີ້​ເຮັດ​ໃຫ້​ອາ​ຟຼິກາ​ໃຕ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ​ໃນ​ວຽກ​ງານ​ສອງ​ຝ່າຍ ວຽກ​ງານພາກ​ພື້ນ​ກໍຄື​ວຽກ​ງານ​ຫຼາຍ​ຝ່າຍ.