ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-06 20:50:50    
ທ່ານ​ຊັດ​ດາມ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ຖືກ​ຕັດ​ສິນ​ແຂວນ​ຄໍ​

cri

ຕາມ​ຂ່າວCRI:ມື້ວານ​ນີ້,ທ່ານ​ຊັດ​ດາມ ຮຸນ​ເຊັນ ອະດີດ​ປະທາ​ນາທິ​ບໍດີ​ອີຣັກຖືກ​ສານ​ຊັ້ນ​ສູງ​ອີຣັກ​ຕັດສິນ​ແຂວນ​ຄໍ​.ຝ່າຍ​ຕ່າງໆ​ພາຍ​ໃນ​ອີຣັກ​ແລະ​ປະຊາ​ຄົມ​ໂລກມີ​ປະຕິ​ກິລິຍາ​ທີ່ຕ່າງ​ກັນ.
ມື້​ດຽວ​ກັນ,ທ່ານ​ຈາ​ລາ ທາລາ​ບານີ ປະທາ​ນາທິບໍດີ​ອີຣັກ​ໄດ້​ຜ່ານ​ຈາກ​ໂຄສົກ​ຂອງ​ທ່ານ​ກ່າວ​ວ່າ,ການ​ຕັດສິນ​ປະຫານ​ຊີວິດ​ທ່າ​ນຊັດ​ດາມ​ຂອງ​ສານ​ຊັ້ນ​ສູງ​ອີຣັກ​ແມ່ນຍຸດ​ຕິ​ທຳ​ແລະ​ຊອບ​ກົດໝາຍ.ຢູ່​ເມືອງ​ຊາ​ເດີ ພາກ​ຕາ​ເວັນ​ອອກ​ແບັກ​​ແດັດ,ມວນ​ຊົນ​ນິກາຍຊີ​ອະ​ຈຳນວນ​ຫຼວງ​ຫຼາຍ​ສະ​ຫຼອງ​ຄຳ​ຕັດສິນ​ດັ່ງກ່າວ.​ແຕ່ຢູ່​ເມືອງ​ທິກຣິດ ບ້ານ​ເກີດ​ຂອງ​ທ່ານ​ຊັດ​ຕາມ,ຜູ້​ສະ​ໜັບສະ​ໜູນທ່ານ​ຊັດ​ດາມ​ປະມານ​2000​ຄົນ​ໄດ້​ຈັດ​ການ​ເຄື່ອນ​​ໄຫວປະ​ທ້ວງ.ພັກການ​ເມືອງ​ນິກາຍ​ຊີອະ​ສ່ວນ​ໜຶ່ງ​ກ່າວ​ວ່າ,ນີ້​ແມ່ນ"ການ​ຕັດສິນ​ທາງ​ການ​ເມືອງ"​ເທື່ອ​ໜຶ່ງ.

ມື້​ດຽວ​ກັນ,ທ່ານ​ຈັອດ ບຸ​ສ ປະ​ທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,ການ​ຕັດສິນ​ຕໍ່​ທ່ານ​ຊັດ​ດາມ​ມີ​ຄວາມ​ໝາຍທີ່​ເປັນ​ຂີດ​ໝາຍ​ໃນທາງຂະ​ບວນການ​ທີ່​ປະຊາຊົນ​ອີຣັກພະຍາຍາມ​ສ້າງ​ລະ​ບອບກົດໝາຍ.

ມື້​ດຽວ​ກັນ,​ແຟງ​ລັງ ປະ​ເທດປະ​ທານໝູນ​ວຽນ​ສະຫະ​ພາບ​ເອີ​ລົບ​ອອກ​ຖະ​ແຫຼ​ງການ,ກ່າວ​ປະນາມ​​ໂທດຂອງ​ອຳນາດ​ການ​ປົກຄອງ​ຊັດ​ດາມ​ໃນ​ອະດີດ,​ແຕ່​ພ້ອມ​ທັງ​ເວົ້າ​ວ່າ,ສະຫະພາບ​ເອີ​ລົບ​ຄັດຄ້ານ​ທຸກຄະດີ​​ພາຍ​ໃຕ້​ສະພາບ​ໃດໆກໍ່ຕາມ​ທີ່​ອອກ​ຄຳ​ຕັດສິນ​ລົງໂທດ​ປະຫານ​ຊີວິດ.

ມື້​ດຽວ​ກັນ,ນາງ​ລູອິສ ອາ​ບົວ ຂ້າ​ຫຼວງ​ໃຫຍ່​ວຽກ​ງານ​ສິດທິ​ມະນຸ​ດສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼ​ງການ​ກ່າວ​ວ່າ,ທ່ານ​ຊັດ​ດາມ​ຄວນ​ມີ​ສິດ​ນຳ​ໃຊ້​ຊ່ອງ​ທາງ​ເພື່ອ​ອຸທອນ​ຕໍ່​ຄຳ​ຕັດສິນ.ພ້ອມ​ກັນ​ນັ້ນ,ນາງ​ຮຽກ​ຮ້ອງ​​ໃຫ້ເລື່ອນ​ເວລາ​ປະຕິ​ບັດການ​ລົງ​ໂທດ​ປະຫານ​ຊີວິດ​ຕໍ່​ທ່ານ​ຊັດ​ດາມ.