ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-08 20:20:56    
ອິສລະ​ແອນ​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເຫດການ​ສາມັນ​ຊົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຍ້ອນ​ການຍິງ​ປືນ​ໃສ່​ກາຊາ

cri Author: da
ຕາມ​ຂ່າວCRI: ວັນ​ທີ 8 ພະຈິກ ທ່ານ​ໂອນ​ເມີດ ນາຍົກລັດຖະມົນຕີແລະ​ທ່ານ​ເປ​ເຣັສ ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດອິສລະ​ແອນ​​ໄດ້​ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເຫດການ​ທີ່​ທະຫານ​ອິສລະ​ແອນ​ຍິງ​ປືນ​ໃຫຍ່​ໃສ່​ແຖບ​ກາຊາ​ເຮັດ​ໃຫ້​ສາມັນ​ຊົນ​ຈຳນວນ​ຫຼວງ​ຫຼາຍ​ເສຍ​ຊີວິດ​ແລະ​ບາດ​ເຈັບ.

ທ່ານ​ໂອນ​ເມີດ​ແລະ​ທ່ານ​ເປ​ເຣັສຍັງ​ກ່າວ​ວ່າ,ອິສລະ​ແອນ​ຈະ​ສະໜອງ​ການ​ສະໜັບສະໜູນ​ແລະ​ການ​ປີ່​ນປົວດ້ານ​ມະນຸດສະທຳ​​ໂດຍ​ດ່ວນ​ໃຫ້​ຊາວ​ປາ​ເລັສຕີນ​ທີ່​ບາດ​ເຈັບ​ໃນ​ເຫດການ​ດັ່ງກ່າວ.

ທ່ານລັຟນີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິສລະ​ແອນ​ພັດ​ກ່າວ​ວ່າ,ອິສລະ​ແອນ​ບໍ່ຫ່ອນ​ຫຼອນ​ໂຈມ​ຕີ​ສາມັນ​ຊົນ,​ແຕ່​ວ່າ​ໃນ​ສະພາວະ​ສົງຄາມ,​ເຫດການ​ທີ່​ຄ້າຍຄື​ກັນ​ນີ້ຈະ​ຫຼີກ​ເວັ້ນບໍ່​ໄດ້.

ຕອນ​ຮຸ່ງ​ເຊົ້າມື້​ນີ້,ທະຫານ​ອິສລະ​ແອນ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ບ້ານ​ເບ​ອິດ​ຮາ​ນົນພາກ​ເໜືອ​ແຖບ​ກາຊາ,​ເຮັດ​ໃຫ້​ສາມັນ​ຊົນ​ຢ່າງ​ໜ້ອຍ 19 ຄົນ​ເສຍ​ຊີວິດ, 40 ກວ່າ​ຄົນ​ບາດ​ເຈັບ.