ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-09 18:43:39    
ປະຊາ​ຄົມ​ໂລກ​ຮຽກຮ້ອງອິສລະ​ແອນ​ຢຸດຕິ​ການຍິງ​ປືນ​ໃຫຍ່​ໃສ່​ສາມັນ​ຊົນຢູ່​ກາຊາ

cri Author: da
ຕາມ​ຂ່າວCRI:ຕອນ​ຮຸ່ງ​ເຊົ້າວັນ​ທີ 8 ພະຈິກ ກອງທະຫານ​ອິສລະ​ແອນ​ໄດ້​ໃຊ້​ລົດ​ຖັງ​ຍິງ​ປືນ​ໃຫຍ່​ໃສ່​ເຂດພາກ​ເໜືອ​ແຖບ​ກາຊາ,​ເຮັດ​ໃຫ້​ຊາວ​ປາ​ເລັສຕີນ​ຢ່າງ​ໜ້ອຍ 19 ຄົນ​ເສຍ​ຊີວິດ, 50 ກວ່າ​ຄົບ​ບາດ​ເຈັບ.ມື້​ດຽວ​ກັນ ປະຊາ​ຄົມ​ໂລກສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ,ພາກັນ​ຮຽກຮ້ອງ​ອິສລະ​ແອນ​ຢຸດ​ຕິ​ການຍິງປືນ​ໃຫຍ່​ໃສ່​ສາມັນ​ຊົນຢູ່​ກາຊາ.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່ສະຫະປະຊາ​ຊາດ​ອອກ​ຖະ​ແຫຼ​ງການ,ຮຽກຮ້ອງ​ອິສລະ​ແອນ​ກັບປາ​ເລັສຕີນ​ເຄົາລົບ​ກົດໝາຍ​ລະຫວ່າງ​ຊາດ,ຮັບປະກັນ​ບໍ່​ໃຫ້​​​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານທຳຮ້າຍ​ສາມັນ​ຊົນ.

ທ່ານ​ມູຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ອອກ​ຖະ​ແຫຼ​ງການ,ຮຽກຮ້ອງ​ປະຊາ​ຄົມ​ໂລກ ​ໂດຍ​ສະ​ເພາະ​ແມ່ນ 4 ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ ຈົ່ງ​ແຊກ​ແຊງ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສລະ​ແອນ​ໃນ​ທັນທີ,ສະກັດ​ກັ້ນການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອິສລະ​ແອນ.

ວັນ​ທີ 8 ພະຈິກ ​ແຟັງ​ລັງ ປະ​ເທດ​ປະທານ​ໝູນວຽນ​ຂອງ​ສະຫະພາບ​ເອີ​ລົບ​ອອກ​ຖະ​ແຫຼ​ງການ,ຮຽກຮ້ອງອິສລະ​ແອນ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແຖບ​ກາຊາ,ຮຽກຮ້ອງຜູ້​ປະກອບ​ອາວຸດຂອງ​ປາ​ເລັສຕີນຢຸດ​ຕິ​ການຍິງ​ລັອກ​ແກັດ​ໃສ່​ອິສລະ​ແອນ.ສະຫະພາບ​ເອີ​ລົບ​ຍັງ​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຮັກສາຄວາມ​ອົດ​ກັ້ນສຸດ​ຂີດບົນ​ພື້ນຖານ​ໂຄລົບ​ຫຼັກມາ​ດຖານ​ສິດທິມະນຸດສາກົນ,​ແລະ​ທຳ​ຄວາມ​ພະຍາຍາມ​​ເທົ່າທີ່​ຄວນ​ຂອງ​ໃຜລາວ​​ເພື່ອ​ຈັດການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່.

ສະພາ​ກາ​ແດງ​ສາກົນອອກ​ຖະ​ແຫຼ​ງການ,ຮຽກຮ້ອງ​ອິສລະ​ແອນ​ໂຄລົບ​ກົດໝາຍ​ວ່າ​ດ້ວຍ​ມະນຸດສະທຳ​ສາກົນ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສາມັນ​ຊົນ​ໃນ​ຍາມສົງຄາມ.

ມື້​ດຽວ​ກັນ ລັດຖະບານປະ​ເທດ​ຕ່າງໆ​ເຊັ່ນ ​ເອຢິບ ອີ​ຕາ​ລີ ​ເປ​ຣູ​ແລະ​ອາກຊັງ​ຕີນ​ເປັນຕົ້ນກໍ​ພາກັນ​ໃຊ້​ຮູບ​ການ​ຕ່າງໆ,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ກອງທະຫານ​ອິສລະ​ແອນ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ແຖບ​ກາຊາ​ເຮັດ​ໃຫ້​ສະຖານະ​ການ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ, ​ແລະ​ຊີ້​ອອກ​ວ່າ ການ​ເຈລະຈາ​ສັນຕິພາບ​ຈຶ່ງ​​ແມ່ນ​ຊ່ອງ​ທາງ​ພຽງ​ເສັ້ນ​ດຽວ​ໃນ​ການ​ບັນລຸ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ.