ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-13 18:04:46    
ກອງ​ປະຊຸມດ່ວນ​ຂອງ​ສັນນິບາດ​ປະ​ເທດ​ອາ​ລັບ​ສະ​ເໜີ​ມາດ​ຕະການ​ໃໝ່​​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສລະ​ແອນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 12 ພະຈິກ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫຼື​ຜູ່​ແທນຂອງ​ສັນນິບາດ​ປະ​ເທດ​ອາ​ລັບ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ​ຢູ່​​ເລີ​ແກ​ນະຄອນ​ຫຼວງ​ເອຢິບ​ແລະ​​ໄດ້ຜ່ານ​ມະຕິ​ຕົກລົງ,ຮຽກຮ້ອງ​ປະ​ເທດ​ອາ​ລັບ​ທັບ​ມ້າງ​ການ​ອັດ​ຕັນດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກຕໍ່ປາ​ເລັສຕີນ,ສະໜອງ​ການຊ່ອຍ​ເຫຼືອ​ດ້ານການ​ເງິນ​ແລະ​ວັດຖຸ​​ໃຫ້​ແກ່​ປາ​ເລັສຕີນ.

ພ້ອມ​ກັນນັ້ນ ມະຕິ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ປະ​ເທດ​ອາ​ລັບ ອິສລາ​ແອນ​ແລະ​ປະ​ເທດສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ສັນຕິພາບ,ອີງຕາມ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດແລະຫຼັກການ"​ເອົາ​ດິນ​ແດນ​ແລກປ່ຽນ​ສັນຕິພາບ",ສະ​ແຫວ​ງຫາ​ແຜນ​ການ​ຮອບດ້ານ​ແລະ​ທ່ຽງ​ທຳ​ເພື່ອ​​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​​ເລັສຕີນ​ກັບ​ອິສລະ​ແອນ,​ແລະສືບ​ຕໍ່​ພະຍາຍາມ​​ເພື່ອດຳ​ເນີນ​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄື​ນ​ໃໝ່.

ມະຕິ​ດັ່ງ​ກ່າວ​ຍັງ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ອິສລະ​ແອນ​ທີ່​ໃຊ້​ການ​ເຄື່ອນ​​ໄຫວ​ເປັນ​ປໍ​ລະ​ປັກ​ກັນ​ຕໍ່​ດິນ​ແດນ​ປາ​ເລັສຕີນ,ສະ​ແດງ​ຄວາມ​ບໍ່ພໍ​​ໃຈ​ຢ່າງ​ຮ້າຍ​ແຮງ​ຕໍ່​ອາ​ເມ​ລິ​ກາ​ທີ່​ຢັບຢັ້ງຮ່າງ​ມະຕິທີ່ຮຽກຮ້ອງ​ໃຫ້​ອິສລະ​ແອນ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫາ​ນຢູ່​ແຖບ​ກາຊາ​ໃນ​ທັນທີ​​ໃນ​ເວລາ​ລົງ​ຄະ​ແນນ​ສຽງ​​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​,​ແລະ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ສຳ​ຫຼວດ​ເຫດການທີ່​ອິສລາແອນ​ຍິງ​ປືນ​ໃຫຍ່​ໃສ່​​ເມືອງ​ເບ​ດຮາ​ໂນນ ພາກ​ເໜືອ​ແຖບ​ກາຊາ,​ແຕ່ງ​ກອງ​ທະຫານ​ຮັກສາ​ສັນຕິພາບ​ນາໆ​ຊາດ​ໄປ​ປ້ອງ​ກັນປະຊາຊົນ​ປາ​ເລັສຕີນ.

ມື້​ດຽວ​ກັນ, 4 ອົງການ​ປະກອບ​ອາວຸດ​ເຊັ່ນ​ຄະນະ​ກຳມະການຕໍ່ຕ້ານ​ຂອງປະຊາຊົນປາ​ເລັສຕິນ​ແລະ​ກອງພົນ​ນ້ອຍ​ອານ ອາກຊາ​ເປັນຕົ້ນກໍ​ອອກ​ຖະ​ແຫຼ​ງການ,ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ກະທຳ​ດັ່ງກ່າວຂອງ​ອາ​ເມ​ລິ​ກາ​ທີ່​ສະໜັບສະໜູນ​ອິສລະ​ແອນ,​ແລະ​ຂົ່ມຂູ່​ມວ່າ​ຈະ​ຫຼອນ​ໂຈມ​ຕີ​ເປົ້າໝາຍ​ຂອງ​ອາ​ເມ​ລິ​ກາ.