ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-14 17:17:33    
ທ່ານ​ມຸຮາ​ເມັດ ຊູ​​ແບຖືກ​ສະ​ເໜີ​ຊື່​ເປັນ​ນາຍົກ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕີນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 13 ພະຈິກ​ ອົງການ​ຮາ​ມາສ ​ກັບ​ອົງການ​ຟາ​ຕາຂອງ​ປາ​ເລັສຕີນ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕີນ,ສອງ​ຝ່າຍ​ເຫັນ​ດີ​​ສະ​ເໜີ​ທ່ານ​ມຸຮາ​ເມັດ ຊູ​ແບ​ ອະດີດ​ອະທິ​ການ​ບໍດີ​ມະ​ຫາ​ວິທະ​ຍາ​ໄລ​ອິສລາມ​ກາຊາ​ເປັນ​ນາຍົກລັດຖະມົນຕີ​ຂອງ​ລັດຖະບານຊຸດ​ໃໝ່.

ມື້​ດຽວ​ກັນ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບທີ່​ຈັດ​ຂຶ້ນຢູ່​ບຼູ​ແຊນ​ໄດ້​ຜ່ານ​ມະຕິ,ທວງ​ໃຫ້​ປາ​ເລັສຕີນ​ສ້າງຕັ້ງລັດຖະບານປະສົມ​ແຫ່ງ ຊາດ​ໂດຍ​ໄວ,ຊຸກຍູ້​ການ​ເລີ່​ມຄົ້ນ​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄືນ​ໃໝ່.

ນອກ​ນີ້​ຂ່າວ​ແຈ້ງວ່າ,ຕອນ​ຄ່ຳ​ວັນ​ທີ 12 ພະ​ຈິກ​ນີ້ ທ່ານ​ນາງ​ທະຈິ​ປິ ລິ​ຟນີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິສລາ​​ແອນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຜູ່​ນຳ​ສະມາຄົມ​ຊາວ​ຢິວອາ​ເມ​ລິ​ກາ​ເໜືອ​ທີ່​ຈັດ​ຂຶ້ນ​ຢູ່​ໂລ​ຊັນ​ເຈິ​ລິ​ສວ່າ,ອິສລາ​ແອນ​ເຫັນ​ດີ​ນຳ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ທີ່​ເປັນ​ເອກະ​ລາດ.​ນາງ​ເວົ້າ​ວ່າ,ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງ​ກ່າວ,​ອິສລາ​ແອນ​ກຽມ​ປະລະ​ດິນແດນ​ສ່ວນ​ໜຶ່ງ,ເພື່ອ​ແລກ​ເອົາ​ຄວາມ​ປອດ​ໄພ​ຂອງ​ອິສ​ລາ​ແອນ.