|
![](/images/spacer.gif) |
(GMT+08:00)
2006-11-15 15:15:42
|
![](/images/shim.gif) |
ສື່ມວນຊົນລາວເອົາໃຈໃສ່ນຳທ່ານປະທານຫູຈິນທ່າວຈະຢ້ຽມຢາມລາວທາງລັດຖະກິດໃນໄວໆນີ້
cri
ຕາມຂ່າວCRI: ໜັງສືພິມ"ວຽງຈັນແທມສ໌" ເຊິ່ງເປັນໜັງສືພິມພາສາອັງກິດທີ່ສຳຄັນທີ່ສຸດຂອງລາວສະບັບວັນທີ 14 ພະຈິກນີ້ໄດ້ພິມບົດຄວາມຢູ່ບ່ອນເດັ່ນໜ້າທຳອິດ,ແນະນຳວ່າທ່ານຫູຈິນທາວ ປະທານປະເທດຈີນຈະໄປຢ້ຽມຢາມລາວທາງລັດຖະກິດໃນໄວໆນີ້.
ບົດຄວາມຊຽນວ່າ,ທ່ານຫູຈິນທາວ ປະທານປະເທດຈີນຈະຢ້ຽມຢາມລາວທາງລັດຖະກິດແຕ່ວັນທີ 19 ຫາວັນທີ 20 ພະຈິກນີ້.ນີ້ແມ່ນທ່ານຫູຈິນທາວຢ້ຽມຢາມລາວທາງລັດຖະກິດເທື່ອທຳອິດຫຼັງຈາກທ່ານເປັນປະມຸກລັດຈີນ,ປະທານປະເທດ ປະທານສະພາແຫ່ງຊາດ ແລະນາຍົກລັດຖະມົນຕີຂອງລາວລ້ວນແຕ່ຈະເຈລະຈາຫຼືພົບປະກັບທ່ານຫູຈິນທາວ.ໃນໄລຍະຢ້ຽມຢາມ,ສອງປະເທດລາວກັບຈີນຍັງຈະເຊັນສັນຍາຮ່ວມມືລະຫວ່າງສອງຝ່າຍຢ່າງເປັນລະບົບ,ນີ້ຈະຊຸກຍູ້ມິດຕະພາບລາວຈີນແລະການພົວພັນ ຮ່ວມມືຢ່າງມີໄມຕີຈິດລະຫວ່າງສອງປະເທດຂະຫຍາຍຕົວຕື່ມອີກ.ໜັງສືພິມ"ວຽງຈັນແທມສ໌"ຍັງໄດ້ແນະນຳວິທະຍຸCRIຈະເປີດລາຍການFMທີ່ວຽງຈັນຢ່າງເປັນທາງການໃນວັນທີ 19 ພະຈິກ.ບົດຄວາມຂຽນວ່າ,ລາຍການFMຈະກາຍເປັນປ່ອງຢ້ຽມໃຫ້ປະຊາຊົນລາວຊອກຮູ້ຈີນຍຸກປະຈຸບັນ.
|
|
|