ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-17 11:16:40    
ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ເຈ​ລະ​ຈາ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ແລະ​ປະ​ທານ​ປະ​ເທດ​ຫວຽດ​ນາມ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 16 ພະຈິກ​ນີ້,ຢູ່​ຮາ​ໂນຍ ນະ​ຄອນ​ຫລວງ​ແຫ່ງ​ຫວຽດ​ນາມ, ທ່ານ​ຫູ​ຈີນ​ທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນົງ​ດຶກ​​ແມັງ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ແລະ​ທ່ານ​ຫງຽນ​ມິນ​ເທ ປະ​ທານ​ປະ​ເທດ​ຫວຽດ​ນາມ.ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ ສອງ​ລັດ​ແລະ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ,​ເປັນ​ເອ​ກະ​ສັນ​ກັນ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ໃນ​​ໄລຍະ​ໃຫມ່,ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ຂຶ້ນ​ສູ່​ລະ​ດັບ​ໃຫມ່.

​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ຫວຽດ​ນາມ​ໃນ​​ໄລຍະໃຫມ່​ຢ່າງ​ຮອບ​ດ້ານ, ທ່ານ​ຫູ​ຈີນ​ທາວ​ໄດ້ສະ​ເຫ​ນີ 4 ຂໍ້​ດັ່ງ​ນີ້:ສອງ​ຝ່າຍ​ຄວນ​ຢືນ​ຢູ່​ບົນ​ພື້ນ​ຖານ​ແຫ່ງ​ຍຸດ​ທະ​ສາດ​ແລະ​ພາກ​ສ່ວນ​ສຳຄັນ​ເພື່ອປົກ​ປັກ​ຮັກ​ສາ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ຫວຽດ​ນາມ, ຍຶດ​ຫມັ້ນ​ຄວາມ​ສະ​ເຫມີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ;ຍຶດ​ຫມັ້ນ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ, ​ເພີ່​ມ​ເນື້ອ​ໃນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ;ຍຶດ​ຫມັ້ນ​ຮັກ​ສາ​ຜົນ​ປະ​ໂຫຍ​ດຮ່ວມ, ​ເພີ່ມ​ທະວີ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ຂອບ​ຫລາຍ​ຝ່າຍ.

ທ່ານ​ຫູ​ຈີນ​ທາວ​ຍັງ​ກ່າວ​ເນັ້ນ​ວ່າ, ສອງ​ຝ່າຍ​ຄວນ​ເລີ່ມ​ຈາກ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ,​ເລັ່ງ​ລັດ​ວຽກ​ງານ​ສຳ​ຫລວດ​ແລະ​ປັກ​ຫລັກ​ຫມາຍ​ຊາຍ​ແດນ​ທາງ​ບົກ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ອ່າວ​ພາກ​ເຫນືອ​ຢ່າງ​ຕິດ​ແທດ​ຕົວ​ຈິງ, ຊຸກ​ຍູ້​ການ​ບຸກ​ເບີກ​ພັດ​ທະ​ນາ​ຫມູ່​ເກາະ​ນານ​ຊາ​ຮ່ວມ​ກັນ.