ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-17 11:19:31    
ສື່​ມວນ​ຊົນ​ຫວຽດ​ນາມ​ກ່າວ​ວ່າ​ທ່ານ​ຫູ​ຈີນ​ທາວ​ຢ້ຽມ​ຢາມ​ຫວຽດ​ນາມ​ໄດ້​ຍົກ​ການ​ພົວ​ພັນ​ຫວຽດ​ນາມ​ຈີນ​ຂຶ້ນ​ສູ່​ລະ​ດັບ​ໃຫມ່

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 16 ພະ​ຈິກ​ນີ້, ສື່​ມວນ​ຊົນ​ສຳ​ຄັນ​ຂອງ​ຫວຽດ​ນາມ​​ໄດ້​ພິມ​ບົດ​ນຳ​ແລະ​ບົດ​ຄວາມ, ຕີ​ລາຄາ​ສູງ​ຕໍ່​ທ່ານ​ຫູ​ຈີນ​ທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​​ແລະ​ປະ​ທານ​ປະ​ເທດ​ຈີນ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ທາງ​ລັດ​ຖະ​ກິດ,​ໂດຍ​ຊີ້​ອອກ​ວ່າ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ເປັນ​ບາດ​ກ້າວ​ໃຫມ່​ເຂົ້າ​ໃນ​ການ​ພົວ​ພັນ​ຫວຽ​ດນາມ​ຈີນ, ຍົກ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ໃຫມ່.

ຫນັງ​ສື​ພິມ​ເຍິນ​ເຊິນ ສຽງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ພິມ​ບົດ​ນຳ​ກ່າວ​ວ່າ,ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​​ແລະ​ກັນ​ລະ​ຫວ່າງ​ຜູ່​ນຳ​ສອງ​ປະ​ເທດ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ສອງ​ພັກ ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ຫວຽດ ນາມ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາ​ຍການ​ພົວ​ພັນ​ສອງ​ປະ​ເທດ.ບົດ​ນຳ​ຂຽນ​ວ່າ, ການ​ຢ້ຽມ​ຢາມ​ຫວຽດນາມ​ຂອງ​ທ່ານ​ຫູ​ຈີນ​ທາວ​ເທື່ອ​ນີ້​ແມ່ນ​ຢູ່​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ສະ​ມາ​ຊິກ​ຂອງ​ອົງ​ການ​​ເອ​ເປັກ,ນີ້​ສະ​ແດງ​​ໃຫ້​ເຫັນ​ວ່າ​ຫວຽດ​ນາມ​ແລະ​ຈີນ​ເຊິ່ງ​ເປັນ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ເພື່ອ​​ໃຫ້​ອົງ​ການ​​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ສ່ວນ​ຫນັງ​ສື​ພິມ​ກວນ​ໂດຍ​ເຍິນ​ເຊິນ​ຂອງ​ຫວຽ​ດນາມ​ກໍ່ໄດ້​ພິມ​ບົດ​ນຳ​,ຕີ​ລາ​ຄາ​ສູງ​ຕໍ່​ມິດ​ຕະ​ພາບ​ຫວຽດ​ນາມ​​ຈີນ,​ແລະ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ອັນ​ລ້ຳ​ຄ່າ​ແກ່​ການ​ປະ​ຕິ​ວັດ​ແລະ​ພາ​ລະ​ກິດ​ການ​ສ້າງ​ສາ​ຂອງ​ຫວຽດ​ນາມ.