|
 |
(GMT+08:00)
2006-11-18 18:32:40
|
 |
ກອງປະຊຸມໃຫຍ່ສະຫະປະຊາຊາດຜ່ານມະຕິຕົກລົງທວງໃຫ້ອິສລາແອນຖອນທະຫານອອກຈາກກາຊາໃນທັນທີ
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 17 ພະຈິກ ກອງປະຊຸມໃຫຍ່ສະຫະປະຊາຊາດຄັ້ງທີ 61 ໄດ້ຈັດກອງປະຊຸມດ່ວນສະໄໝວິສາມັນ,ໄດ້ຜ່ານມະຕິດ້ວຍບັດເຫັນດີສ່ວນຫຼາຍຖ້ວມທົ້ນ,ຮຽກຮ້ອງອິສລາແອນຢຸດຕິການເຄື່ອນໄຫວທາງການທະຫານຢູ່ດິນແດນປາເລັສຕີນທີ່ຖືກຍຶດຄອງນັ້ນໃນທັນທີ,ແລະຖອນທະຫານອອກຈາກກາຊາໃນທັນທີ.
ມະຕິຕົກລົງຍັງຮຽກຮ້ອງໃຫ້ທ່ານໂກຟີ ອານນານ ເລຂາທິການໃຫຍ່ສະຫະປະຊາຊາດສ້າງຕັ້ງໜ່ວຍສຳຫຼວດສະຫະປະຊາຊາດ,ຮັບຜິດຊອບສຳຫຼວດຄວາມຈິງຂອງເຫດການເບັດ ຮານົນກ່ຽວກັບການຫຼອນໂຈມຕີທາງອາກາດຂອງທະຫານອິສລາແອນເຮັດໃຫ້ສາມັນຊົນປາເລັສຕີນ 19 ຄົນເສຍຊີວິດ. ພ້ອມກັນນັ້ນ ມະຕິຕົກລົງຍັງຮຽກຮ້ອງໃຫ້ຝ່າຍປາເລັສຕີນຢຸດຕິການເຄື່ອນໄຫວດ້ວຍຄວາມຮຸນແຮງທີ່ແນໃສ້ອິສລາແອນໃນທັນທີ,ຢຸດຕິການຍິງລັອກແກັດໃສ່ອິສລາແອນ.
ໃນການລົງຄະແນນສຽງທີ່ຈັດຂຶ້ນໃນຕອນຄ່ຳມື້ດຽວກັນ,ມີ 165 ປະເທດ ຊຶ່ງລວມທັງ 25 ປະເທດສະຫະພາບເອີລົບໄດ້ປ່ອນບັດເຫັນດີ, ແຕ່ມີ 7 ປະເທດເຊັ່ນອາເມລິກາ ອິສລາແອນແລະອົສຕຼາລີເປັນຕົ້ນໄດ້ປ່ອນບັດຄັດຄ້ານ.
|
|
|