ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-19 17:08:58    
ທ່ານ​ຫູ​ຈິນທາວ​ພົບ​ປະ​ກັບ​ທ່ານ​ບຸ​ສ​ແລະ​ຜູ່​ນຳ​ສະ​ມາ​ຊິກ​ອົງ​ການ​ເອ​ເປັກ​ທ່ານ​ອື່ນໆ

cri Author: lm

ຕາມ​ຂ່າວ CRI: ​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນອາຊີ​ອາຊີ​ຟິກຫຼື ​ເອ​ເປັກຄັ້ງທີ 14 ທີ່​ຈັດ​ຂຶ້ນຢູ່​ທີ່​ຮ່າ​ໂນຍ​ຂອງ​ຫວຽດ​ນາມ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຈ໋ອດ ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ​ແລະ​ຜູ່​ນຳ​ສະມາຊິກ​ອົງການ​ເອ​ເປັກ​ທ່ານ​ອື່ນໆ.

ໃນ​​ເວລາ​​ພົບ​ປະກັບ​ທ່ານ​ບຸ​ສ​​ໃນວັນ​ທີ 19 ພະຈິກ​ນີ້, ທ່ານ​ຫູ​ຈິນທາວ​ກັບ​ທ່ານ​ບຸສ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກພື້ນທີ່​ສົນ​ໃຈ​ນຳ​ກັນ ​ເຊັ່ນ ການ​ຂະ​ຫຍາຍ​ການ​ພົວພັນລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ແລະ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເປັນຕົ້ນ.

ທ່ານ​ຫູ​ຈິນທາວ​ຊີ້​ອອກ​ວ່າ, ຈີນ​ອາ​ເມ​ລິ​ກາ​ຄວນ​ເພີ່ມ​ທະວີ​ການ​ສົນທະ​ນາ​ກ່ຽວ​ກັບ​ບັນ​ຫາ​ສຳຄັນທີ່​ກ່ຽວຂ້ອງ​ກັບ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ ​ແລະ​ກ່ຽວ​ຂ້ອງ​ກັບ​ຜົນ​ປະ​ໂຫຍດ ຮ່ວມຂອງ​ມວນ​ມະນຸດ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ລົງ​ເລິກ​ການ​ຮ່ວມ​ມື, ​ແກ້​ໄຂ​ຄວາມ​ເຫັນທີ່​ຂັດ​ແຍ່ງ​ກັນ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງສັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍ​ໄປ​ໜ້າ. ທ່ານ​ຫູ​ຈິນ​ທາວ​ຍັງ​ໄດ້​ແນະ​ນຳ​ສະ​ພາບ​ການ​ສ້າງ​ສາ​ສັງຄົມທີ່​ກົມກຽວ​ກັນຂອງ​ຈີນ, ກ່າວ​​ເນັ້ນ​ວ່າ ຕໍ່​ພາຍ​ໃນ​ປະ​ເທດ ​ໃນ​ຂະນະ​ທີ່​ຈີນ​ສຸມ​ກຳລັງ​ສ້າງສາ​ສັງຄົມ​ທີ່​ກົມກຽວ​ກັນນັ້ນ ຕໍ່​ພາຍ​ນອກ ຈະ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ, ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະ​ຕູ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພະຍາຍາມ​ຊຸກ​ຍູ້​ການ​ສ້າງສາ​ໂລກ​ທີ່​ກົມ​ກຽວ​ກັນ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ພ້ອມ​ກັນ.

ທ່ານ​ບຸ​ສສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ​ກ່າວ​ວ່າ ຝ່າຍ​ອາ​ເມ​ລິ​ກາ​ຍິນ​ດີ​ສົນ​ທະ​ນາ​ກັບ​ຈີນ​ດ້ານ​ຍຸດ​ທະ​ສາດ​ທຸກ​ລາຍ​ແລະ​ໄປມາຫາສູ່​ກັນ​ກັບ​ຈີນໃນ​ທຸກ​ລະ​ດັບ. ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ, ນະ​ໂຍບາຍຂອງ​ອາ​ເມ​ລິ​ກາ​ໃນ​ບັນຫາ​ໄຕ້​ຫວັນ​ບໍ່​​​ໄດ້​ປ່ຽນ​ແປງ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໃນວັນ​ທີ 18 ພະຈິກ​ນີ້, ທ່ານ​ຫູ​ຈິນ​ທາວ​​ໄດ້​ສະ​ແດງຄວາມ​ເພິ່​ງພໍ​ໃຈ​ຕໍ່​ສະພາບ​ການ​ຂະຫຍາຍຕົວ​​ໃນ​ປັດ​ຈຸ​ບັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງຈີນຣັດ​ເຊຍ. ທ່ານ​ຫູ​ຈິນທາວ​ຍັງ​ກ່າວ​ວ່າ, ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ພະ​ຍາ​ຍາມ, ສຸມ​​ໃສ່​ເປີດ​ກວ້າງການ​ຮ່ວມ​ມື ຍົກ​ຄຸນ​ນະພາ​ບການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ, ຍົກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່​ລະດັບ​ສູງ​ກວ່າ​ເກົ່າ. ທ່ານ​ປູ​ຕິນ​ກ່າວ​ວ່າ, ຣັດ​ເຊຍ​ສະ​ໜັບສະໜູນ​ວິ​ສາ​ຫະກິດ​ຈີນ​ເຂົ້າຮ່ວມ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ຣັດ​ເຊຍ. ຫວັງ​​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອະvນຸ​ລັກ​ສິ່ງ​ແວດ​ລ້ອມ, ພ້ອມ​ກັນ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ວັນ​ທີ 18 ພະຈິກ​ນີ້, ທ່ານ​ຫູ​ຈິນທາວ​ຍັງ​ໄດ້​​ແຍກ​ອອກພົບ​ປະ​ກັບທ່ານ​ຊິນ​ໂຈ ອາ​ເບ ນາ​ຍົກ​ລັດ​ຖະ​ມົນຕີຍີ່ປຸ່ນ ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທ່ານ​ນາງ​ເຮ​ເລນ ຄຼາກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ນິວຊີ​ແລນ ທ່ານ​ມີ​ເຊ​ນ ​ໂຊ​ມາ​ເຣ ນາຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີ​ນີ ທ່ານ​ສະ​ເຕ​ເຟນ ຮາ​ເປີ ນາຍົກລັດຖະມົນຕີການາດາ ທ່ານ​ນາງ​ອາ​ຣານ​ດາ ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ ຜູ່​ຕາງ​ໜ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​​ແມັກ​ຊິກ, ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ອົງ​ການ​ເອ​ເປັກ​ເປັນ​ຕົ້ນ.