ຕາມຂ່າວສານຊິນຮວາ:ສັນຍາກ່ຽວກັບບໍລິສັດຊົນລະປະທານແລະພະລັງງານພາຍນອກຂອງຈີນຮັບເໝົາກໍ່ສ້າງໂຄງການໄຟຟ້ານ້ຳຕົກແຫ່ງທີ່ສີ່ຢູ່ລາວໄດ້ລົງນາມຢ່າງເປັນທາງການຢູ່ປັກກິ່ງ.
ມູນຄ່າໂຄງການນີ້ແມ່ນ142ລ້ານໂດລາຂະໜາດຄວາມແຮງຂອງເຂື່ອນໄຟຟ້າ1ແສນກິໂລວັດ.
ບໍລິສັດຊົນລະປະທານແລະພະລັງງານພາຍນອກຂອງຈີນຫຼືCIWEC ໄດ້ມີປະຫວັດກໍ່ສ້າງໂຄງການໄຟຟ້ານ້ຳຕົກຢູ່ຕ່າງປະເທດ50ປີມາແລ້ວ.ປີ1996ເລີ່ມເຂົ້າໃນຕະຫຼາດລາວ,ບໍລິສັດCIWEC ໄດ້ຮັບເໝົາກໍ່ສ້າງ4ໂຄງການໄຟຟ້ານ້ຳຕົກ,ຍອດມູນຄ່າຂອງການລົງທຶນລວມທັງໝົດ170ລ້ານໂດລາ.
|