ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-22 16:27:40    
ທ່ານ​ຫູ​ຈີນ​ທາວ​ກ່າວ​ປາ​ຖະ​ກະ​ຖາ​ຢູ່​ອິນ​ເດຍ​ໃນ​ຫົວ​ຂໍ້ "ຈູງ​ມື​ກັນ​ເປີດ​ກວ້າງ​ການ​ຮ່ວມ​ມື, ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ"

cri Author: m
ຕາມ​ຂ່າ​ວ CRI: ຕອນ​​ເຊົ້າ​ວັນ​ທີ 22 ພະຈິກ​ນີ້, ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ທີ່​ພວມ​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ອິນ​ເດຍ​ໄດ້​ກ່າວ​ປາຖະ​ກະຖາ​ຢູ່​ອິນ​ເດຍ​ໃນ​ຫົວ​ຂໍ້ "ຈູງ​ມື​ກັນ​ເປີດ​ກວ້າງ​ການ​ຮ່ວມ​ມື, ​ຮ່ວມ​ກັນສ້າງ​ອະນາຄົດ​ອັນ​ດີງາມ" ຢູ່​ວັງ​ວິທະຍາ​ສາດ​ທີ່ນີວ​ແດນ​ລີ.

ທ່ານ​ປະທານ​ຫູ​ຈີນ​ທາວ​ຊີ້​ອອກ​ວ່າ, ຈີນ​ອິນ​ເດຍມີ​ໄມຕີ​ຈິກ​ຕໍ່ກັນ​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ຝ່າຍ, ​ແລະມີ​ຜົນ​ປະ​​​ໂຫຍ​ດຕໍ່​ອາຊີ​ແລະ​ໂລກ. ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ​ໄດ້​ກາຍ​ຂອບ​ເຂດ​ສອງ​ຝ່າຍ​ຕັ້ງ​ຫຼວງຫຼາຍ, ມັນມີ​ຄວາມ​ໝາຍຕໍ່​ທົ່ວ​ໂລກ. ການ​ພັດທະນາ​ການ​ພົວພັນ​ຈີ​ນອິນ​ເດຍ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ແລະຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໂລກ, ປະ​ເຊີນ​ໜ້າ​ກັບ​ອະນາຄົດ.

​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ທ່ານ​ຫູ​ຈີນ​ທາວ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 5 ຂໍ້.

​ເມື່ອ​ເວົ້າ​ເຖິງ​ການ​ພົວພັນ​ກັບ​ອາຊີ​ໃຕ້, ທ່ານ​ຫູ​ຈີນ​ທາວ​ເວົ້າ​ວ່າ, ຈີ​ນຍິນ​ດີ​ສົ່ງ​ເສີມ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ອາຊີ​ໃຕ້. ທ່ານ​ຊີ້​ອອກ​ວ່າ, ຈີນ​ຫວັງ​ຢາກ​ເຫັນ​ບັນດາ​ປະ​ເທດ​​ໃນອາຊີ​ໃຕ້​ມີ​ການ​ເມືອງ​ທີ່​ໝັ້ນ​ຄົງ, ​ເສດຖະກິດ​ຈະ​ເລີ​ນຮຸ່ງ​ເຮືອງ, ​ແລະຢູ່​ຮ່ວມ​ກັນ​ຢ່າງປອງ​ດອງ​ກັນ, ຈີນ​ບໍ່​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍດສ່ວນ​ຕົວ​ໃດໆ​ຢູ່​ອາຊີ​ໃຕ້. ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ອິນ​ເດຍຊຸກ​ຍູ້​ໃຫ້​ບັນຫາ​ຊາຍ​​ແດນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ.