ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-22 16:31:53    
ທ່ານ​ຫູ​ຈີນ​ທາວ​ພົບ​ປະ​ທ່ານ​ອັບ​ດຸນ ຄາ​ລາມ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ເດຍ

cri Author: sayvanny

ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 21 ພະ​ຈິກ​ນີ້, ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ກັບ​ທ່ານ​ຄາ​ລາມ ປະ​ທາ ນາ​ທິ​ບໍ​ດີ​ອິນ​ເດຍ​ໄດ້​ພົບ​ປະ​ກັນ​ຢູ່​ນິວ​ແດນ​ລີ, ທັງ​ສອງ​ທ່ານ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ສະ​ຫລອງ​ປີ​ຈີນ​ອິນ​ເດຍ.

​ໃນ​ເວລາ​ພົບ​ປະ​ທ່ານ​ຄາ​ລາມ, ທ່ານ​ຫູຈີນ​ທາວ​ເວົ້າ​ວ່າ,ຈີນ​ອິນ​ເດຍ ຂະ​ຫຍາຍ​ມິດ​ຕະ​ພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ຮອບ​ດ້ານ,ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ທໍ່​ນັ້ນ, ກໍ່​ຈະ​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ ນາ​​ຂອງ​ອາຊີ​​ແລະ​ທົ່ວ​ໂລກ.ທ່ານ​ເຊື່ອ​ວ່າ, ​ໂດຍ​ມີ​ສອງ​ຝ່າຍ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ອິນ​ເດຍຍ່ອມ​ຈະ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຫລາຍ​ກວ່າ​ເກົ່າ.

ທ່ານ​ຄາມ​ລາມ​ເວົ້າວ່າ, ອິນ​ເດຍກັບ​ຈີນ​ຮ່ວມ​ມື​ກັນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ຕໍ່​ທົ່ວ​ມວນ​ມະນຸດ.​ເສດ​ຖະ​ກິດ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ພັດທະນາ​ຢ່າງ​ຫມັ້ນທ່ຽງ​ແມ່ນ​ປັດ​ໄຈ​ທີ່​ເຮັດ​ໃຫ້​ລະ​ບຽບ​ການ​ສາກົນ​ຫມັ້ນ​ທ່ຽງ​ໃນ​ຊູ່ມື້​ນີ້;ສອງ​ປະ​ເທດ​ເກາະ​ແຂນ​ກັນກ້າວ​ໄປ​ຫນ້າ, ຈະຊຸກ​ຍູ້​ໃຫ້​ທົ່ວ​ໂລກ​ຂະ​ຫຍາຍ​ໄປ​ສູ່​ຫລາຍ​ຂົ້ວ,ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ​ແກ່​ປະ​ເທດ​ພວມ​ພັດທະນາ.ອິນ​ເດຍຈະ​ພະຍາຍາມ​ສຸດ​ຂີດ​ເພື່ອ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີວາ​ເຂົ້າ​ໃນ​ການ​ພົວ​ພັນ​ອິນ​ເດຍຈີນ.

ມື້​ດຽວ​ກັນ, ທ່ານ​ຫູຈີນ​ທາວ​ກັບ​ທ່ານ​ຄາ​ລາມ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ຫລອງ​ປີ​ໄມຕີ​ຈິດ​ຈີນ​ອິນ​ເດຍ​ທີ່​ຈັດ​ຂຶ້ນ​ຢູ່​ນິວ​ແດນ​ລີ, ​ແລະ​ໄດ້​ພົບປະ​ຜູ່​ແທນ​ໄວ​ຫນຸ່ມ​ຈີນ​ແລະ​ອິນ​ເດຍ 200 ຄົນ.

ມື້​ດຽວ​ກັນ,ທ່ານ​ຫູ​ຈີນ​ທາວ​ຍັງ​ໄດ້​ພົບ​ປະ​ທ່ານ​ນາງ​ໂຊ​ເນຍ.ຄານ​ທີ ປະ​ທານ​ພັກ​ຄັອງ​ເກຣດ​ຂອງ​ອິນ​ເດຍ,ທ່ານ​ໄບຮອດ​ຊິງ​ເຊ​ກາ​ວັດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ທັງ​ເປັນ​ປະ​ທານ​ສະ​ພາ​ສ​ຫະ​ພັນ​ອິນ​ເດຍ,​ແລະ​ທ່ານ​ສົມ​ນັດ​ຈັດ​ເທີ​ຈີ ປະທານ​ສະພາຜູ່​ແທນ​ລາຊະ​ດອນ​ອິນ​ເດຍ.