ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-23 18:03:16    
ຈີນ​ແລະ​ອິນ​ເດຍ​ເຊັນ​ສັນຍາ​ສົ່ງ​ເສີມ​ແລ​ະປົກ​ປ້ອງການ​ລົງທຶນລະຫວ່າງ​ສອງ​ຝ່າຍ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຮ່ວມ​ຂອງ​ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ມານ​ໂມ​ຮານ ຊິນ ນາຍົກລັດຖະມົນຕີອິນ​ເດ​ຍ,ວັນ​ທີ21 ພະຈິກ,ຢູ່​ນິວ​ແດນ​ລີ,ຜູ່ຕາງໜ້າຂອງລັດຖະບານ​ຈີນ​ແລະອິນ​ເດຍ​ໄດ້​ເຊັນ​ສັນຍາ​ລະຫວ່າງລັດຖະບານ​ຈີນ​ແລະ​ລັດຖະບານ​ອິນ​ເດຍກ່ຽວ​ກັບ​ການ​ສົ່ງ​ເສີມ​ແລະ​ປົກ​ປ້ອງການ​ລົງທຶນ​.

ອີງ​ຕາມ​ສັນຍາ​ສະບັບ​ນີ້,ລັດຖະບານ​ປະ​ເທດ​ທັາງສອງຈະ​ສົ່ງ​ເສີມ​ສອງ​ຝ່າຍ​ລົງທຶນ​ເຊິ່ງ​ກັນ​ແລະ​ກັນ,​ໃຫ້ຜູ່ລົງທຶນ​ມີ​ຖານະ​ທຽບ​ເທົ່າ​ຂອງ​ປະ​ເທດ​ຝ່າຍ​ກົງກັນຂ້າມແລະມີ​ນະ​ໂຍບາຍ​ພິ​ເສດ,ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍດທີ່ຊອບ​ທຳ​ຂອງ​ຜູ່ລົງທຶນສອງ​ຝ່າຍ.

ທ່ານ​ໂປ​ຊີ່​ໄລ​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ ຈີນ​ແລະ​ທ່ານ​ຄາ​ມາ ນາດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ແລະ​ອຸດ​ສາ​ຫະກຳ​ຂອງ​ດິນ​ເດຍເຊັນ​ສັນຍາ​ພາຍຫຼັງ​ການ​ເຈລະຈາໃນ​ມື້​ດຽວ​ກັນ.ທ່ານ​ໂປ​ຊີ່​ໄລ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ຖື​ສອງ​ລັດ​ເຊັນ​ສັນຍາ​ທີ່​ຊຸກ​ຍູ້​ແລະ​ອະນຸລັກ​ການ​ລົງທຶນ​ລະ​ຫວ່າງ​ສອງ​ຝ່າຍເປັນ​ໂອກາດ​ດີ,ສະໜອງ​ສະພາບ​​ແວດ​ລ້ອມທີ່​ມີ​ຜົນ​ດີ​ໃນ​ການແກ່ງ​ແຍ່ງ​ຢ່າງ​ທ່ຽງ​ທຳ​ໃຫ້​ວິ​ສາ​ຫະກິດຈີນ​​ໄປ​ລົງທຶນ​ຢູ່​ອິນ​ເດຍ.ທ່ານ​ນາດ​ກ່າວ​ວ່າ,ອິນ​ເດຍຊົມ​ເຊີຍ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ອິນ​ເດຍ,ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ອິນ​ເດຍຍິນ​ດີ​ສະໜອງ​ການ​ປະສານ​ງານ​ແລະ​ການ​ຊ່ອຍ​ເຫຼືອ​​​ໃຫ້ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຈີນ​ຢູ່​ອິນ​ເດຍ.