ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-23 18:17:31    
ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອິນ​ເດຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ມີ​ຜົນ​ດີ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ອິນ​ເດຍ

cri

ຕາມຂ່າວCRI,​ວັນ​ທີ23ພະຈິກ​ນີ້,​ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ​ອິນ​ເດຍ​ກ່າວ​ວ່າ,ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ຈີນ​ອິນ​ເດຍ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ທັງ​ສອງ​ຝ່າຍ,​ແລະ​ໄດ້​ປັບປຸງ​ພື້ນ​ຖານ​ແຫ່ງ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນ​ຄົງ.

ມື້​ດຽວ​ກັນ,​ໃນ​ເວລາ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​ແລະ​ຮ່ວມ​ມື ທາງ​ເສດຖະ​ກິດ​ການ​ຄ້າ​ທັງ​ເປັນ​ເວທີ​ປຶກ​ສາ​ຫາລື​CEO​ທີ່​ຈັດ​ຂຶ້ນ​ຢູ່​ບອມ​ເບ​ອິນ​ເດຍ,​ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອິນ​ເດຍ​ໄດ້​ຮັບ​ໝາກ​ຜົນ​ອັນ​ພົ້ນ​ເດັ່ນ,​ແລ້ວ​ກາຍ​ເປັນ​ຈຸດ​ຮຸ່ງ​ໃນ​ການ​ພົວພັນ​ລະຫວ່າ​ງສອງ​ຝ່າຍ.​ປີ​ນີ້ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຄາດ​ວ່າ​ຈະ​ລື່ນ​ກາຍ20​ຕື້​ໂດ​ລາ,​ເຊິ່ງຈະ​ບັນລຸ​ເປົ້າ​ໝາຍ​ຂອງປີ​2008​ທີ່​ຈີນ​ອິນ​ເດຍຕົກ​ລົງ​ກັນ​ນັ້ນ​ກ່ອນ​ເວລາ​ກຳນົດ.​ທ່ານ​ກ່າວ​ວ່າ,​ຈີນ​ແລະ​ອິນ​ເດຍ​ລ້ວນ​ແຕ່​ຢູ່​ໃນ​ໄລຍະ​ພັດທະ​ນາ​ຢ່າງ​ວ່ອງ​ໄວ,​ພວມ​ປະ​ເຊີນ​ກັບ​ໂອ​ກາດ​ຄັ້ງ​ປະຫວັດ​ສາດ​ທີ່​ຂ້ຽວ​ເລັ່ງພັດ​ທະ​ນາ.​ຈີນ​ຖື​ອິນ​ເດຍ​ເປັນ​​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ມື,ຊົມ​ເຊີຍ​ການ​ພັດທະ​ນາ​ຂອງ​ອິນ​ເດຍ​ຢ່າງ​ຈິງ​ໃຈ.ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ອິນ​ເດຍ​ໄດ້​ສະ​ໜອງ​ໂອກາດ​ອັນ​ລ້ຳຄ່າ​ເຮັດ​ໃຫ້ການ​ຮ່ວມ​ມື​ຮອບ​ດ້ານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກ້າວ​ສູ່​ລວງ​ເລິກ.

ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນ​ສູ່​ລວງ​ເລິກ​ແລະ​ກວ້າງ​ອອກ​ຕື່ມ​ອີກ,​ທ່ານ​ຫູ​ຈິນທ່າວ​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ5​ຂໍ້,​ຄື,ຊຸກຍູ້​ການ​ຄ້າ​ໃຫ້​ມີຫຼາຍ​ຮູບ​ຫຼາຍ​ແບບ,​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ,​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ທາງ​ການ​ຄ້າ​ແລະ​ການ​ລົງ​ທຶນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ​ແລະ​ຢູ່​ປະ​ເທດ​ທີ​ສາມ,​ຕັ້ງໜ້າ​ຊອກ​ຄົ້ນ​ການ​ຄ້າຢ່າງ​ເສລີ.