ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-24 18:03:26    
ທ່ານ​ຫູ​ຈິນ​ທ່າວ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ກິ​ສະ​ຖານ

cri
ຕາມ​ຂ່າວCRI,​ວັນ​ທີ24​ພະຈິກ​ນີ້,​ຢູ່​ທີ່​ອິດສລາມ​ບັດ​ສ໌,​ທ່ານ​ຫູ​ຈິນທ່າວ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຈລະ​ຈາ​ກັບ​ທ່ານ​ເພີ​ເວີສ ມູສະ​ຣັຟ ປະ​ທານາ​ທິບໍດີ​ປາ​ກິ​ສະ​ຖານ.​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ,​ເຊັ່ນ ປັບປຸງ​ແລະ​ຍົກ​ລະ​ດັບ​ການ​ພົວ​ພັນ​ດ້ານ​ການ​ເມືອງລະ​ຫວ່າງ​ຈີນ​ປາ​ກິ​ສະຖານ​ຕື່ມ​ອີກ,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ແລະ​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ້າວ​ສູ່​ລວງ​ເລິກ​ເປັນ​ຕົ້ນ.

ມື້​ດຽວ​ກັນ,​ທ່ານຫູ​ຈິນທ່າວ​ແລະ​ທ່ານ​ມູສະ​ຣັຟຍັງ​ໄດ້​ເຂົ້າຮ່ວມ​ພິທີ​ລົງ​ນາມ​ໃນ​"ສັນຍາ​ການ​ຄ້າ​​ເສລີ​ຈີນ​ປາ​ກິ​ສະ​ຖານ".​ສອງ​ຝ່າຍ​ເປັນ​ເອກະ​ສັນ​ກັນ​ກ່າວ​ວ່າ,​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດຖະ​ກິດ​ການ​ຄ້າ.​ສັນຍາ​ດັ່ງ​ກ່າວ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ທຳ​ອິດ​ທີ່​ຈີນ​ເຊັນກັບ​ປະ​ເທດ​ອາຊີ​ໃຕ້,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ໄດ້​ຮັບ​ຜົນ​ສຳ​ເລັດ.

ວັນທີ23​ພະຈິກ​ນີ້,​ທ່ານ​ຫູ​ຈິນທ່າວ​ໄດ້​ເດີນທາງ​ໄປ​ຮອດ​ນະ​ຄອນອິດ​ສລາມ​ບັດ​ສ໌​ເລີ່ມ ຢາມ​ປາ​ກິ​ສະ​ຖານ​ທາງ​ລັດຖະ​ກິດ.​ເມື່ອ​ຮອດ​ເດີ່ນ​ຍົນ​ແລ້ວ,​ທ່ານ​ຫູ​ຈິນທ່າວ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ​ວ່າ,​ແຕ່​ຈີນ​ປາ​ກິ​ສະຖານ​ສ້າງ​ສາຍ​ສຳພັນ​ທາງ​ກາ​ນທູດ​55​ປີມາ​ນີ້,​ເມື່ອ​ມີ​ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ແລະ​ປະຊາ​ຊົນ​ສອງ​ຊາດ​ພ້ອມ​ກັນ​ພະຍາ​ຍາມ​ແລ້ວ,ຈີນ​ກັບ​ປາ​ກິ​ສະຖານ​ໄດ້​ຜູກ​ມິດຕະ​ພາບ,​ແລະ​ຮ່ວມ​ມື​ຮອບ​ດ້ານ.​ປະຫວັດ​ສາດ​ຢັ້ງຢືນ​ວ່າ,​ມິດຕະ​ພາບ​ຈີນ​ປາ​ກິ​ສະ​ຖານ​ສອດ​ຄ່ອງ​ກັບຜົນ​ປະ​ໂຫຍດ​ກົກ​ຮາກ​ແລະ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ,​ແລະ​ມີ​ຜົນ​ດີ​ຕໍ່​ສັນຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້.