ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-24 18:40:49    
ທ່ານ​ຫູ​ຈີນ​ທ່າວ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ກິ​ສະ​ຖານ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 24 ພະ​ຈິກ,ຢູ່​ອິສລາມາ​ບັດ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ມູຊາ​ລັຟ ປະ​ທານາ​ທິບໍດີ​ປາ​ກິ​ສະຖານ.ສອງ​ຝ່າຍກ່າວ​ເປັນເອກະສັນ​ກັນວ່າ,ຈະ​ພະຍາຍາມ​ພ້ອມ​ກັນ,​ເພີ່ມ​ເນື້ອ​ໃນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ,ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ຫູ​ຈີນ​ທ່າວ​ຊີ້​ອອກ​ວ່າ,​ປະຈຸ​ບັນ,ໃຕ້​ເບື້ອງ​ຫຼັງ​ທີ່​ສະຖານະ​ການ​ສາກົນ​ແລະ​ພາກ​ພື້ນ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ,ຈີນປາ​ກິ​ສະຖານ​ປັບປຸງ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຕື່ມ​ອີກ​ນັ້ນ,ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດກົກ​ຮາກ​ຂອງ​ປະຊາຊົນ​ສອງ​ຊາດ,ທັງມີ​ຜົນ​ດີ​ຕໍ່ການ​ປົກ​ປັກຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ຫູ​ຈີນ​ທ່າວ​​ໄດ້​ສະ​​ເໜີ​ຂໍ້​ສະ​ເໜີ 5 ຂໍ້​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ປາ​ກິ​ສະ​ຖານ​ດັ່ງ​ນີ້:​​ເປີດ​ກວ້າງ​ການ​ໄປມາ​ຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​​ໃນ​ທຸກ​ລະດັບ ລົງ​ເລິກ​ດຳ​ເນີນການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ຊຸກຍູ້​ການ​ແລກປ່ຽນ​​ໃນ​ຂົງ​​ເຂດ​ວັດທະ​ນະທຳ ລົງ​ເລິກ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ປະສານ​ສົມທົບ​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ.

ທ່ານ​ມູຊາ​ລັຟ​ກ່າວວ່າ,ຫວັງ​ໃຫ້​ປາ​ກິ​ສະຖານຈີນເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ບໍ່​ແຮ່​ເປັນ​ຕົ້ນ,ປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ໃຫ້​ດີ;ອອກ​ແຮງ​ສຸດ​ຂີດ​ຊຸກຍູ້​ການຮ່ວມ​ມື​ດ້ານ​ວັດທະນະທຳ​ແລະ​ການທ່ອງ​ທ່ຽວ,​ເພີ່​ມທະວີ​ການ​ໄປມາຫາສູ່​ກັນ,​ໂດຍ​ສະ​ເພາະ​ແມ່ນ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ;ປັບປຸງ​ການ​ຮ່ວມ​ມື​ໃນ​ອົງການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ໃຫ້​ໝັ້ນ​ຄົງ;​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ,​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​​ເດັດຂາດ.

ທ່ານ​ຫູ​ຈີນ​ທ່າວ​ກ່າວວ່າ,ຝ່າຍ​ຈີນ​ຂອບ​ອົບ​ຂອບ​ໃຈ​ນຳ​ຝ່າຍ​ປາ​ກິ​ສະຖານ​ທີ່​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ແກ່​ຝ່າຍ​ຈີນ​ໃນ​ບັນຫາ​ຕ່າງໆ​ເຊັ່ນບັນຫາ​ໄຕ້​ຫວັນ ບັນຫາ​ຕິ​ເບ​ດ ບັນຫາ​ສິດທິ​ມະນຸດ​ແລະ​ການ​ໂຈມ​ຕີ​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ​ໃນ​ເວລາ​ດົນ​ນານ​ມາ​ນີ້.ຝ່າຍ​ຈີນ​ຈະ​ເຮັດ​ຄື​ແຕ່​ເກົ່າ​​ເມືອ​ຫຼັງ​ສະໜັບ​ສະ​ໜູນ​ຄວາມ​ພະຍາຍາມ​ຂອງ​ປາ​ກິ​ສະຖານ​ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ.