ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-24 18:50:00    
ທ່ານ​ຫູ​ຈິນ​ທ່າວ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ກິ​ສະ​ຖານ

cri

ຕາມ​ຂ່າວCRI,​ວັນ​ທີ24​ພະຈິກ​ນີ້ຢູ່​ອິດສຣາມ​ບັດ​ສ໌,​ທ່ານ​ຫູ​ຈິນ​ທ່າວ ປະທານ​ປະ​ເທດ​ຈີນ​ເຈລະ​ຈາ​ກັບ​ທ່ານ​ເພີ​ເວີສ ມູສະ​ລັຟ ປະທາ​ນາທິ​ບໍດີ​ປາ​ກິ​ສະ​ຖານ.​ສອງ​ຝ່າຍ​ກ່າວເປັນ​ເອກະ​ສັນ​ກັນວ່າ​ຈະ​ພ້ອມ​ກັນ​ພະຍາ​ຍາມ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ມີ​ເນື້ອ​ໃນຫຼາຍ​ຂຶ້ນ,​ແລະ​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກ້າວ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ​ກວ່າ​ເກົ່າ.

ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ5ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ປາ​ກິ​ສະຖານ.

ທ່ານ​ມູສະ​ຣັຟກ່າວ​ວ່າ,​ຫວັງ​ໃຫ້​ປາ​ກິ​ສະຖານ​ກັບ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,​ເຊັ່ນ,​ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ,​ບໍ່​ແຮ່,​ວັດທະ​ນະທຳ,​ການທ່ອງ​ທ່ຽວ​ແລະ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ,ປັບປຸງ​ການ​ຮ່ວມ​ມື​ໃນ​ອົງ​ການ​ຈັດ​ຕັ້ງ​ສາກົນ​ກໍ​ຄື​ຂອງ​ພາກ​ພື້ນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່ຮ່ວມ​ກັນ​ຈັດ​ຂຶ້ນ​ພາຍຫຼັງ​ການ​ເຈລະ​ຈາ,​ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັບ​ປາ​ກິ​ສະ​ຖານ​ພະຍາ​ຍາມ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ປາ​ກິ​ສະ​ຖານ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.ຈີນ​ຊົມ​ເຊີຍ​ແລະ​ສະໜັບ​ສະ​ໜູນ​ປາ​ກິ​ສະຖານ​ກັບ​ອິນ​ເດຍ​ແກ້​ໄຂ​ຄວາມ​ເຫັນ​ທີ່​ຂັດ​ກັນ​ດ້ວຍ​ການ​ເຈລະ​ຈາ​ໂດຍ​ສັນ​ຕິ,​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະນະ​ສ້າງ​ສັນ​ເພື່ອ​ສັນຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດທະ​ນາ​ຂອງ​ພາກ​ພື້ນ​ອາຊີ​ໃຕ້.

ມື້​ດຽວ​ກັນ,​ທ່ານ​ຫູ​ຈິນທ່າວ​ແລະ​ທ່ານ​ມູສະ​ຣັຟ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສ​ລີ​ຈີນ​ປາ​ກິ​ສະຖານ.