|
 |
(GMT+08:00)
2006-11-29 20:31:06
|
 |
ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງມະຕິກ່ຽວກັບບັນຫາດິນແດນປະເທດອາລັບທີ່ຖືກຍຶດຄອງ
cri
ຕາມຂ່າວສານຊິນຮວາ,ວັນທີ27ແລະວັນທີ28ພະຈິກນີ້,ກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ2ທີ່ພວມຈັດຂຶ້ນຢູ່ເຊີແນວໄດ້ຮັບຮອງມະຕິກ່ຽວກັບບັນຫາດິນແດນປະເທດອາລັບທີ່ຖືກຍຶດຄອງ ການປົກປ້ອງສິດທິມະນຸດໃນການຕໍ່ຕ້ານລັດທິກໍ່ການຮ້າຍແລະອື່ນໆ.
ມະຕິກ່ຽວກັບຈຸດຕັ້ງຖິ່ນຖານອິສຣາແອນຢູ່ດິນແດນທີ່ຖືກຍຶດຄອງນັ້ນໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ອິສຣາແອນທີ່ສືບຕໍ່ສ້າງຕັ້ງຈຸດຕັ້ງຖິ່ນແລະລະເມີດກົດໝາຍລະຫວ່າງຊາດ,ມະຕິຮຽກຮ້ອງໃຫ້ເຈົ້າໜ້າທີ່ຍຶດຄອງຈົ່ງປະລະນະໂຍບາຍທີ່ສ້າງຈຸດຕັ້ງຖິ່ນຖານຢູ່ດິນແດນທີ່ຖືກຍຶດຄອງແລະໃຊ້ມາດຕະການຢ່າງເຄັ່ງຄັດເພື່ອສະກັດກັ້ນການໃຊ້ກຳລັງຮຸນແຮງຂອງຜູ່ຕັ້ງຖິ່ນຖານ.
ມະຕິໄດ້ສະແດງຄວາມຊົມເຊີຍຕໍ່ປາເລັສຕິນອິສຣາແອນຢຸດຍິງກັນ,ທວງໃຫ້ຝ່າຍຕ່າງໆເຄົາລົບສັນຍາຢຸດຍິງ,ປະຕິບັດແຜນການສັນຕິພາບຕາເວັນອອກກາງເພື່ອແກ້ໄຂບັນຫາປາເລັສຕິນອິສຣາແອນຢ່າງຮອບດ້ານໂດຍທາງການເມືອງ.
|
|
|