ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-29 21:41:37    
ທ່ານ​ອານ​ນານ​ເຫັນ​ດີ​ເຫັນ​ພ້ອມ​ໃຫ້​ຊີ​ເຣຍ​ແລະ​ອີ​ຣານ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ຫາ​ອີ​ຣັກ

cri
ຕາມ​ຂ່າວCRI,ວັນ​ທີ28​ພະຈິກ​ນີ້,ຢູ່ນະຄອນຫຼວງ​ເຕ​ເຮ​ລານ,​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຈາ​ລານ ທາ​ລາ​ບາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ທີ່​ມາ​ຢ້ຽມ​ຢາ,​ທ່ານ​ອາ​ລີ ຮາ​ເມ​ເນ​ອີ ຜູ່​ນຳ​ສູງ​ສຸດ​ຂອງ​ອີ​ຣານ​ກ່າວ​ວ່າ,​ບັນ​ຫາ​ຄວາມ​ປອດ​ໄພ​ແມ່ນ​ບັນ​ຫາ​ໜັກ​ໜ່ວງ​ທີ່​ສຸດ​ທີ່​ອີຣັກປະ​ເຊີນ​ໃນ​ປັດ​ຈຸ​ບັນ,​ອີ​ຣານ​ຕ້ອງ​ການ​ອີ​ຣັກ​ທີ່​ມີ​ຄວາມ​ປອດ​ໄພ ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,​ຖ້າ​ວ່າ​ລັດ​ຖະ​ບານ​ອີ​ຣັກ​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ແລ້ວ,​ອີ​ຣານ​ຈະ​ອອກ​ແຮງ​ສຸດ​ຂີດ​ຊ່ອຍ​ເຫຼືອ​ອີ​ຣັກ​ຟື້ນ​ຟູ​ຄວາມ​ສະ​ຖຽນ​ລະ​ພາບ.

ວັນ​ທີ28​ພະຈິກ​ນີ້,ຢູ່​ທີ່​ນີວຢອກ,ທ່ານ​ອານ​ນານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,ທ່ານ​ເຫັນ​ວ່າ​ຊີ​ເຣຍ​ແລະ​ອີ​ຣານ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອີ​ຣັກ,​ທ່ານ​ໄດ້​ສະ​ເໜີ​ໃຫ້​ອາ​ເມ​ລິ​ກາ​ໃຫ້​ຊີ​ເຣຍ​ແລະ​ອີ​ຣານ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ຫາ​ອີ​ຣັກ​ພ້ອມ​ທັງ​ຫາບ​ແບກ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ.

ມື້​ດຽວ​ກັນ,​ໂດຍ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ​ອີ​ຣັກ,​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ມະ​ຕິ,​ເຫັນ​ດີ​ແກ່​ຍາວ​ເວ​ລາ​ກອງ​ທະ​ຫານ​ນາໆ​ຊາດ​ປະ​ຈຳ​ອີ​ຣັກ​ໄປ​ອີກ​ປີ​ໜຶ່ງ,​ຈົນ​ຮອດ​ວັນ​ທີ​31​ທັນ​ວາ​ປີ​ໜ້າ.

ນອກ​ນີ້,ໜັງສືພິມ​ວໍ​ຊິງ​ຕັນ​ໂພສ​ແຈ້ງ​ຂ່າວ​ວ່າ,​ຫວ່າງ​ມໍ່ໆ​ນີ້,​ກອງ​ທັບ​ເຮືອ​ສູ້​ລົບ​ເທິງ​ບົກ​ຂອງ​ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ໃນ​ລາຍ​ງານ​ຢູ່​ພາຍ​ໃນ​ວ່າ,​ສະ​ພາບ​ສັງ​ຄົມ​ແລະ​ການ​ເມືອງ​ຢູ່​ແຂວງ​ອານ​ບາ​ຣ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ​ໄດ້​ຊຸດ​ຮ້າຍ​ລົງ​ຈົນ​ເຖິງ​ຂັ້ນ​ທີ່​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ກໍ​ບໍ່​ສາມາດ​ຄວບ​ຄຸມ​ໄວ້​ໄດ້.