ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-30 18:40:22    
ທິມຈີນ​​ຊະນະ​​ການ​ແຂ່ງຂັນ​ເຕະບານ​ເພດ​ຊາຍ​ນັດ​ທຳ​ອິດ​ຂອງ​ງານ​ເອຊຽນ​ເກ​ມ

cri
ຕາມ​ຂ່າວcri:ໃນ​ການ​ແຂ່ງຂັນ​ເຕະບານ​ນັດ​ທຳ​ອິດຂອງ​ງານ​ເອຊຽນ​ເກ​ມ ທີ່​ໂດ​ຮາ,ທີ​ມ​ເຕະບານ​ເພດ​ຊາຍ​ຈີນ​ໄດ້​ເອົາ​ຊະນະ​ທີ​ມອີຣັກດ້ວຍຄະ​ແນນ 1 ປະຕູ​ຕໍ່ 0.

ພໍ​​ເລີ່​ມການ​ແຂ່ງຂັນ,ທີ​ມຈີນ​ກໍ່ຢູ່​ໃນ​ທ່າ​ບຸກ,​​ໃນ​ນາທີທີ 7,ໂຈ​ວ​ໄຫ​ປິ່ນກໍ່​​ຍິງ​ປະຕູ​ໄດ້,​​ເຮັດ​ໃຫ້​ທີ​ມຈີນ​ນຳ​​ໄປກ່ອນ 1 ປະຕູ.ຈາກ​ນັ້ນ,​ເຖິງ​ວ່າ​ທີ​ມຈີນມີ​ຜູ້​ໜຶ່ງ​ຖືກ​ໄໝ​ອອກຈາກ​ເດີ່ນ​,​ແຕ່​ກໍ່​ສາມາ​ສະກັດ​ກັ້ນການ​ບຸກຂອງ​ທີ​ມອີຣັກຢ່າງ​ສຳ​ເລັດ​ຜົນ​ແລະ​ຍັງ​ຮັກສາ​ທ່າ​ບຸກຈົນ​ຮອດ​ການ​ແຂ່ງຂັນ.
ທີ​ມຈີນ​ແມ່ນ​ທ່ານຣາ​ໂຕ​ເມຍ ດູ​ອີ​ໂຄ​ວິດ ຄົນ​ແຊກ​ບີ​ເປັນ​ຄູ​ຝືກ​ໃຫຍ່,​ເພິ່ນ​ເຄີຍ​ນຳພາ​ທີ​ມກາ​ນາ​ຊິງເຂົ້າຮອບ 16 ທີ​ມສຸດ​ທ້າຍ​ໃນ​ການ​ແຂ່ງຂັນ​ເຕະບານ​ຊິງ​ຂັນ​ໂລກ​ປີ 2006.
ປະຈຸ​ບັນ,ທີ​ມຈີນ​ເປັນ​ທີ​ສອງ​ໃນ​ສາຍ​ຍ້ອນ​ຍິງ​ປະຕູ​ໄດ້​ໜ້ອຍ​ກວ່າ,ຄູ່​ແຂ່ງຂັນ​ຕໍ່​ໄປ​ຂອງ​ທີ​ມຈີນ​ແມ່ນ​ມະ​ເລ​​ເຊຍ.

​ໃນ​ມື້​ດຽວ​ກັນ,ສປປ​ເກົາຫລີ​ສະ​ເໝີ​ກັບ​ຊີ​ຣີ​ດ້ວຍ​0-0,ອີຣານຊະນະ​ມານ​ດິບ​3-1, ຍີ່​ປຸ່ນຊະນະປາ​ກີ​ສະຖານ3-1,ໂອ​ມານ​ຊະນະມະ​ເລ​ເຊຍ3-1​ແລ​ະອິນ​ເດຍສະ​ເໝີຮົງ​ກົງຂອງ​ຈີນ​1-1.