ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-01 18:03:33    
ຜູ້ນຳ​ປະ​ເທດ​ຕ່າງໆ​ອວຍພອນ​ພາລະກິດ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ພ້ອມ​ດ້ວຍ​ວັນ​ສ້າງຕັ້ງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຄົບຮອບ 65 ປີ

cri
ຕາມ​ຂ່າວcri:ວັນ​ທີ 3 ທັນວາ​ປີ​ນີ້​ແມ່ນ​ວັນ​ລະ​ລຶກພາລະກິດ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນ​ພ້ອມ​ດ້ວຍ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງຕັ້ງຂຶ້ນ​ຄົບຮອບ 65​ ປີ.ຫລາຍ​ມື້​ມາ​ນີ້,ປະມຸກ​ລັດ ຫົວໜ້າລັດຖະບານ​ແລະ​ຜູ້ນຳ​ການ​ເມືອງ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ເຊັ່ນ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ ທ່ານ​ຫງວຽນ​ຕັນ​ດຸ​ງ ນາຍົກລັດຖະມົນຕີຫວຽດນາມ ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟິລິປິ​ນ ປະ​ເທດ​ປະທານ​ໝູນວຽນ​ຂອງ​ສະມາ​ຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຫລື​ອາຊຽນ ທ່ານ​​ແຢັກ​ຄີວສ ຊີຣັກ ປະທານາທິບໍດີ​ຝຣັ່ງ ທ່ານ​ດູຣາ​ໂອ ບາ​ໂຣ​ໂຊ ປະທານ​ຄະນະ​ກຳ​ມາ​ທິການ​ສະຫະພາບ​ເອີ​ລົບ ທ່ານ​ໂຣມາ​ໂນ ​ໂປຼດີ ນາຍົກລັດຖະມົນຕີອີຕາລີ ທ່ານ​​ແອ​ມວາ​ອີ ຄີ​ບາ​ຄີ ປະທານາທິບໍດີ​ເຄັນ​ຢາ ທ່ານ​ລາ​ໂຊ ​ເຮີ​ນານ​ເດັສ ກຳມະການ​ກົມ​ການ​ເມືອງ​ ​ ​ເລຂາ​ຄະນະ​ເລຂາສູນ​ກາງພັກ​ກອມ​ມຸນິ​ດກູ​ບາ ຮອງ​ປະທານ​ສະພາແຫ່ງ​ລັດ​ກູ​ບາ​ແລະ​ທ່ານ​ອື່ນໆ​ທະຍອຍກັນສົ່ງ​ໂທລະ​ເລກ​ຫລື​ຈົດໝາຍ​ມາ​ອວຍພອນ​ວັນ​ສ້າງຕັ້ງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຄົບຮອບ 65 ປີ​ຢ່າງ​ສຸດ​ໃຈ.

ໃນ​ໂທລະ​ເລກ​ແລະ​ຈົດໝາຍ​ອວຍພອນ​ຂອງຜູ້ນຳ​ປະ​ເທດ​ດັ່ງກ່າວ​​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ສະຫລ່າ​ງາມທີ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຍາດ​ມາ​ໄດ້​ໃນ 65 ປີ​ມາ​ນີ້,​ແລະ​ອວຍພອນ​ໃຫ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນປະກອບສ່ວນ​ຫລາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ໃນ​ໂລກ.