ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-03 21:22:21    
ຂ່າວ​ວັນ​ທີ​3​ທັນ​ວາ​ຂອງ​ງານ​ເອ​ຊຽນ​ເກມ​ໂດ​ຮາ

cri

ທ້າວຖານຈົ່ງລ້ຽງໃນການແຂ່ງຂັນ

ຕາມ​ຂ່າວCRI,​ໃນ​ການ​ແຂ່ງຂັນ​ຍິງ​ປືນ​ລົມ​ສັ້ນ​ໄລ​ຍະ​ໄກ​10​ແມັດ​ຮອບ​ຊິງ​ຊະ​ນະ​ເລີດ​ໝູ່​ຄະ​ນະ​ເພດ​ຊາຍ​ທີ່​ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ​3​ທັນ​ວາ​ເວ​ລາ​ທ້ອງ​ຖິ່ນ,​ທິມ​ຈີນ​ທີ່​ປະ​ກອບ​ດ້ວຍ​ທ້າວ​ຖານ​ຈົ່ງ​ລ້ຽງ ທ້ວລິນ​ຈົ່ງ​ຈາ​ຍ​ແລະ​ທ້າວ​ຜາງ​ເວີຍ​ຊິງ​ໄດ້​ແຊມ​ປຽນ​ດ້ວຍ​ຄະ​ແນນ​ລວມ​1744​ແຕ້ມ.​ນີ້​ກໍ​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ໃນ​ການ​ແຂ່ງ​ຂັນ​ໃນ​ວັນ​ທີ​3​ທັນ​ວາ.​ໃນ​ການ​ແຂ່ງ​ຂັນ​ລາຍ​ນີ້,​ທິມ​ສ.​ເກົາ​ຫຼີ​ຊິງ​ໄດ້​ຫຼຽນ​ເງິນ,​ທິມ​ຫວຽດ​ນາມ​ໄດ້​ຫຼຽນ​ທອງ.

ທ້າວລິນຈົ່ງຈາຍໃນການແຂ່ງຂັນ

ທ້າວຜາງເວີຍໃນການແຂ່ງຂັນ

ນັບ​ມາ​ຮອດ​​ເວລາ​ລາຍ​ງານ​ຂ່າວ,​ວັນ​ທີ​3​ທັນ​ວາ,​ການ​ແຂ່ງ​ຂັນ​ຍິງ​ປືນ​ໄດ້​ກຳ​ເນີດ​ຫຼຽນ​ຄຳ​3​ຫຼຽນ.​ໃນ​ການ​ແຂ່ງ​ຂັນ​ໝອບ​ນອນ​ຍິງ​ປືນ​ເຫຼັກ​ຍາວ​ໄລ​ຍະ​ໄກ​50​ແມັດ​ໝູ່​ຄະ​ນະ​ເພດ​ຊາຍ,​ທິມ​ກາ​ຊັກ​ສະ​ຖານ​ຊິງ​ໄດ້​ຫຼຽນ​ຄຳ,​ທິມ​ສ​ເກົາ​ຫຼີ​ໄດ້​ຫຼຽນ​ເງິນ,​ທິມ​ຈີນ​ໄດ້​ຫຼຽນ​ທອງ.​ໃນ​ການ​ແຂ່ງ​ຂັນ​ຍິງ​ຈານ​ບິນ​ຫຼາຍ​ທິດ​ໝູ່​ຄະ​ນະ​ເພດ​ຊາຍ,​ທິມ​ໂກ​ເວັດ​ຊິງ​ໄດ້​ຫຼຽນ​ຄຳ​ເຊິ່ງ​ເປັນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ຊິງ​ໄດ້​ໃນ​ງານ​ເອຊຽນ​ເກ​ມ​ຄັ້ງ​ນີ້.

ໃນ​ການ​ແຂ່ງຂັນ​​ເທັນ​ນິສ​ອ່ອນເພດ​ຍິງ​ໝູ່​ຄະນະຮອບ​ຮອງ​ຊະນະ​ເລີດ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ນັ້ນ,ທິມ​ຈີນ​ເສຍ​ໃຫ້​ທິມ​ຍີ່​ປຸ່ນ​ດ້ວຍ​0​ຕໍ່​2,​ເສຍ​ຄຸນ​ວຸດ​ທິ​ເຂົ້າ​ຮອບ​ຊິງ​ຊະນະ​ເລີດ.​ທິມ​ຈີນ​ຈະ​ຊິງ​ທີ​3​ແລະ​ທີ4ກັບ​ທິມ​ໄຕ້​ຫວັນ​ຈີນ.