ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-04 16:46:06    
ກອງ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕີນ​ຂູ່​ວ່າ​ຈະ​ຖອນ​ອອກ​ຈາກ​ສັນຍາ​ຢຸດ​ຍິງ

cri Author: da
ຕາມ​ຂ່າວCRI: ວັນ​ທີ 3 ທັນວານີ້ ອົງການ​ຈີ​ຮັດຂອງປາ​ເລັສຕີນຂູ່​ວ່າ,ອົງການ​ດັ່ງກ່າວ​ຈະ​ຖອນ​ອອກ​ຈາກ​ສັນຍາ​ຢຸດ​ຍິງ,​ແລະ​ຈະຟື້ນ​ຟູ​ການ​ຫຼອນ​ໂຈມ​ຕີ​ອິສຣາ​ແອນ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ.

ມື້​ດຽວ​ກັນ ຢູ່​ກາຊາ ​ໂຄສົກ​ຜູ່​ໜຶ່ງ​ຂອງ​ອົງການ​ຈິ​ຮັດ​ຕິຕຽນ​ອິສຣາ​ແອນ​ທີ່ລະ​ເມີດ​ສັນຍາ​ຢຸດ​ຍິງ​ຫຼາຍ​ເທື່ອ ຫຼອ​ນ​ໂຈມ​ຕີ​ຊາວ​ປາ​ເລັສຕີນ​ຢູ່​ແຖບ​ກາຊາ​ແລະ​ເຂດ​ຝັ່ງ​ຕ​າ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.

ມື້​ດຽວ​ກັນ,ອົງການ​ອິສລາມຕໍ່ຕ້ານ​ຂອງ​ປາ​ເລັສຕີນຫຼືຮາ​ມັສ​ກໍ​ປະກາດ​ວ່າ,ອົງການ​ດັ່ງກ່າວ​ຈະຖອນ​ອອກ​ຈາກການ​ເຈລະຈາ​ລະຫວ່າງ​​ຝ່າຍ​ຕ່າງໆຂອງ​ປາ​ເລັສຕີນ​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການ​ຢຸດ​ຍິງ​ລະຫວ່າງ​ອິສຣາ​ແອນ​ກັບປາ​ເລັສຕີນ​ຈາກ​ແຖບ​ກາຊາຂະຫຍາຍ​ໄປ​ຮອດ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.

ຫຼັງ​ຈາກ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ຢຸດ​ຍິງ​ກັນ​ຢູ່​ແຖບ​ກາຊາ​​ໃນ​ວັນ​ທີ 26 ພະຈິກ​ແລ້ວນີ້,ຜູ່​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ໄດ້​ຍິງ​​ຈະ​ຫຼວດສິບ​ກວ່າ​ລູກ​ໃສ່​ອິສຣາ​ແອນ.ວັນ​ທີ 3 ທັນວານີ້ ​ເຈົ້າໜ້າ​ທີ່​ຊັ້ນສູງຄື​ທ່ານ​ເອ​ເມຍ ​ເປ​ເຣັສ ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​​ໄດ້ຮຽກຮ້ອງ​ໃຫ້​ໃຊ້​ມາດ​ຕະການ​ຢູ່​ແຖບ​ກາຊາ,​ເພື່ອສະກັດ​ກັ້ນບໍ່​ໃຫ້​ຜູ່​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ຍິງ​ຈະ​ຫຼວດ​ໃສ່​ອິສຣາ​ແອນ,​ແຕ່​ຄະນະ​ລັດຖະບານ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຢັບຢັ້ງ​ຄວາມ​ຮຽກຮ້ອງ​ດັ່ງກ່າວ,​ແລະ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້ຕໍ່​ການ​ຫຼອນ​ໂຈມ​ຕີ​ຂອງ​ຜູ່​ປະກອບ​ອາວຸດ​​ປາ​ເລັສຕີນ.ທ່ານ​​ເອຮຸດ ​ໂອ​ເມິ​ດ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ອິສຣາ​ແອນ​ຈະບໍ່​ອົດ​ກັ້ນ​ໄວ້​ເປັນ​ເວລາ​ຍາວ​ນານ.