ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-04 16:52:17    
ອາ​ເມ​ລິ​ກາ​ກ່າວ​ວ່າ ທ່ານ​ບຸ​ສ​​ຮູ້​ແລ້ວ​ວ່າ​ຕ້ອງ​ປັບ​ປຸງ​ນະ​ໂຍບາຍ​ຕໍ່​ອີຣັກ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 3 ທັນວານີ້ ​ໃນ​ລາຍການ​ຂອງບໍລິສັດ​ກະຈາຍສຽງ ABCອາ​ເມ​ລິ​ກາ ທ່ານ​ສຕີ​ເຟັນ ຮັດ​ລີ ຜູ່​ຊ່ວຍ​ວຽກ​ງານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ,ທ່ານປະທານາທິບໍດີ​ ຈອຈ໌ ​ບຸ​ສ ຈະ​ພິຈາລະນາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປັບປຸງ​ນະ​ໂຍບາຍ​ຕໍ່​ອີຣັກທີ່ທ່ານ​ໂດ​ນັດ ຣຳສຟິວດ໌ ສະ​ເໜີ​ອອກ​ກ່ອນທ່ານ​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ເດືອນ​ທີ່​ແລ້ວ,​ແລະໄດ້​ຮູ້​ແລ້ວ​ວ່າ​ຕ້ອງ​​ໄດ້ປັບປຸງນະ​ໂຍບາຍ​ຕໍ່​ອີຣັກ.

ທ່ານ​ຮັດ​ລີ​ເວົ້າວ່າ,ທ່ານ​ບຸ​ສ​ເຫັນ​ດີ​ນຳ​ຄວາມ​ເຫັນ​ຂອງ​ທ່ານຣຳສ໌ຟິວດ໌ກ່ຽວ​ກັບອາ​ເມ​ລິ​ກາ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢູ່​ອີຣັກ,​ແຕ່​ກ່ອນ​ຈະທຳ​ການ​ຕົກລົງ​ໃນ​ສຸດ​ທ້າຍ ທ່ານ​ບຸ​ສຈະ​ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຝ່າຍ​ຕ່າງໆ,ພິຈາລະນາ​ສັງ​ລວມຕໍ່​ແຜນການ​ຫຼາຍ​ຢ່າງ​ທີ່​ເລືອກ​ໄດ້. ທ່ານ​ຍັງ​ເວົ້າວ່າ,ທ່ານ​ນູຣີ ອານ ມາລີ​ກີ ນາຍົກລັດຖະມົນຕີອິສຣັກ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ລັດຖະບານ​ອີຣັກຍິນ​ດີຮັບຜິດ​ຊອບ​ໜ້າ​ທີ່​ຫຼາຍ​ກວ່າ​ເກົ່າ,ສ່ວນ​ລັດຖະບານ​ບຸ​ສກໍ​ຢາກ​​ເລີ່​ມຖອນ​ທະຫານ​ອອກ​ຈາກ​ອີຣັກ​ໃນ​ເວລາ​ອັນ​ເໝາະ​ສົມ.