ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-05 15:43:07    
ທ່ານ​ອານ​ນານ​ກ່າວ​ວ່າ​ອີ​ຣັກ​ໄດ້​ຕົກ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ4ທັນວາ​ນີ້,​ທ່ານ​ໂກ​ຟີ ອານ​ນານ ​ເລຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ,​ເມື່ອ​ວິ​ນິ​ໄສ​ຕາມ​ສະຖາ​ນະ​ການ​ໃນ​ປະຈຸ​ບັນ​ແລ້ວ​ເຫັນ​ວ່າ,​ອີຣັກ​ໄດ້​ຕົກ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງ​ແລ້ວ.

ມື້​ດຽວ​ກັນຢູ່​ສຳນັກ​ງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວ​ຢອກ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່ວົງ​ການ​ໜັງ​ສື​ພິມ,​ທ່ານ​ອານ​ນານ​ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ,​ເມື່ອ​ສັງ​ເກດ​ສະຖາ​ນະ​ການ​ປະຈຸ​ບັນ​ຂອງ​ອີຣັກ,​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະຊາ​ຊົນ​ອີຣັກ​ແລະ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ຝ່າຍ​ຕ່າງໆ​ແລ້ວ​ເຫັນ​ວ່າ,​ອີຣັກ​ພວມ​ຢູ່​ໃນ​ສົງ​ຄາມ​ກາງ​ເມືອງ.

ກ່ອນ​ໜ້າ​ນີ້,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່BBC​ອັງກິດ,​ທ່ານ​ອານ​ນານ​ກ່າວ​ວ່າ,​ປະຈຸ​ບັນ,ສະ​ຖາ​ນະ​ການ​ຂອງອີ​ຣັກ​ໃນ​ປະຈຸ​ບັນ​ຍິ່ງ​ຂີ້ຮ້າຍ​ກວ່າ​ສົງຄາມ​ກາງ​ເມືອງ.​ທ່ານ​ເຫັນ​ວ່າ, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາຊົນ​ອີຣັກ​ໃນ​ປະຈຸ​ບັນຍັງ​ບໍ່​ຮອດ​ລະດັບ​ໃນ​ເວລາ​ທ່ານ​ຊັດ​ດາມ​ກຳ​ອຳນາດ.ທ່ານ​ອານ​ນານ​ເວົ້າ​ວ່າ,​ຖ້າ​ຢາກ​ໃຫ້​ສັງຄົມ​ສືບ​ຕໍ່ພັດ​ທະ​ນາ,​ກ່ອນ​ອື່ນຕ້ອງ​ມີສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ​ແລະ​ມີສະ​ຖຽນລະ​ພາບ,​ຖ້າ​ບໍ່​ມີ​ຄວາມ​ປອດ​ໄພ,ວຽກ​ໃດ​ກໍ​ເຮັດ​ສຳ​ເລັດບໍ່​ໄດ້.​ສ່ວນ​ລັດຖະ​ບານ​ອີຣັກ,​ດຽວ​ນີ້​ຍັງ​ບໍ່​ທັນ​ມີ​ຄວາມ​ສາ​ມາດ​ສະກັດ​ກັ້ນ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ.