ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-07 16:05:02    
ງານ​ເອ​ຊຽນ​ເກມ​ໃນ​ມື້​ທີ​6

cri
ຕາມ​ຂ່າວCRI,​ວັນ​ທີ6​ທັນວາ,​ງານ​ເອຊຽນ​ເກມ​ສືບ​ຕໍ່ດຳ​ເນີນ​ຢູ່.ຄະນະ​ນັກ​ກິລາ​ຈີນ​ໄດ້​ຮັບ​ຫຼຽນ​ຄຳ​ອີກ​16ຫຼຽນ.​ເມື່ອ​ການ​ແຂ່ງຂັນ​ໃນ​ມື້​ນັ້ນ​ສິ້ນ​ສຸດ​ລົງ​ແລ້ວ,​ຈີນ​ໄດ້​ຮັກ​ສາ​ເປັນ​ທີ​ໜຶ່ງ​ໃນ​ຕາ​ຕະ​ລາງ​ຫຼຽນ​ຄຳ​ແລະ​ຕາລາງ​ຫຼຽນ​ໂດຍ​ຊີງ​ໄດ້​ຫຼຽນ​ຄຳ76​ຫຼຽນ,​ຫຼຽນ​ເງິນ​41​ຫຼຽນ​ແລະ​ຫຼຽນ​ທອງ18ຫຼຽນ,​ຍີ່ປຸ່ນ​ເປັນ​ທີ2​ໂດຍ​ຊີງ​ໄດ້​ຫຼຽນ​ຄຳ​22ຫຼຽນ,​ສ.​ເກົາຫຼີ​ເປັນ​ທີ3​ໂດຍ​ຊີງ​ໄດ້​15ຫຼຽນ.

ໃນ​ການ​ແຂ່ງຂັນ​ກາ​ຍະ​ກຳ,​ຫຼັງ​ຈາກ​ຊີງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ການ​ໂດດ​ມ້າ​ໄມ້​ເພດ​ຍິງ​ແລ້ວ,​ນາງ​ເຊີງ​ເຟີ່ຍ ນັກ​ກິລາ​ກາຍ​ະກຳ​ຈີນ​ທີ່​ມີ​ຊື່​ສຽງຊີງໄດ້​ແຊມ​ປຽນ​ອີກ​ເທື່ອ​ໜຶ່ງ​ໃນ​ການ​ແຂ່ງ​ຂັນ​ກາ​ຍະ​ກຳ​ເສລີ​ເພດ​ຍິງ,​ນາງ​ຈ່າງ​ນານ​ຊີງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ໄມ້​ຢຽບ​ຊົງ​ຕົວ​ເພດ​ຍິງ.

ໃນ​ການ​ແຂ່ງຂັນ​ຍົກ​ນ້ຳໜັກ​ຂະ​ໜາດ​75ກິ​ໂລ​ຂຶ້ນ​ໄປເພດ​ຍິງ,​ນາງ​ມູ້​ສວງໆ ນັກ​ກິລາ​ຈີນ​ໄດ້​ມ້າງ​ສະ​ຖິຕິ​ໂລກ​ດ້ວຍ​ຄະ​ແນນ​139​ກິ​ໂລ​ໃນ​ການ​ແຂ່ງຂັນ​ຈັບ​ຍົກ,​ແລະ​ຊີງ​ໄດ້​ແຊມ​ປຽນ​ດ້ວຍ​ຄະ​ແນນ​ລວມ​317ກິ​ໂລ,​ນາງ​ຈາງ​ມີຣານ​ ນັກ​ກິລາສ.​ເກົາ​ຫຼີ​ເປັນ​ທີ​ສອງ.

ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ​ຂອງ​ການ​ແຂ່ງ​ຂັນ​ປິງປ່ອງ​ຕີ​ຄູ່​ເພດ​ຍິງ,​ນາງ​ກົ່ວ​ເຢ້ກັບ​ນາງ​ຫຼີ​ສ້ຽວ​ເຊຍ​ຂອງ​​ຈີນ​ໄດ້​ເອົາ​ຊະນະ​ນາງ​ຈານ​ຢາ​ນາ​ກັບ​ນາງ​ຈ່າງ​ຣຸ້ຍ​ຂອງ​ຮົງ​ກົງ​ຈີນ​ດ້ວຍ​ຄະ​ແນນ​4ຕໍ່1,​ແລະ​ຊີງ​ໄດ້​ແຊມ​ປຽນ.

ນອກ​ນັ້ນ,​ທິມ​ໄຕ​ເປ​ຈີນ​ຊີງ​ໄດ້​ຫຼຽນ​ຄຳຫຼຽນ​ໜຶ່ງ​ໃນ​ການ​ແຂ່ງ​ຂັນ​ເທັນ​ນິສ​ແບບ​ອ່ອນ​ເພດ​ຍິງ.

ວັນ​ທີ7ທັນວາ​,ງານ​​ເອຊຽນ​ເກ​ມຈະ​ກຳ​ເນີດຫຼຽນ​ຄຳ​32​ຫຼຽນ,​ຕົ້ນ​ຕໍ່​ຢູ່​ໃນ​ລາຍ​ການ​ຍິງ​ປຶນ​ແລະ​ຊ່ວງ​ເຮືອ​ເປັນ​ຕົ້ນ.