ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-10 21:07:15    
ທ່ານ​ອັບ​ບາສ​ກ່າວ​ວ່າ​ຈະ​ຍົກ​ເລີກ​ສະ​ພາ​ນິ​ຕິ​ບັນ​ຍັດ ຈັດ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່

cri
ຕາມ​ຂ່າວCRI,ວັນ​ທີ9​ທັນວາ​ນີ້,ຢູ່​ເມືອງ​ລາ​ມາ​ລາ,​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ກ່າວ​ວ່າ,​ເພື່ອ​ທັບ​ມ້າງ​ສະ​ພາບ​ທາງ​ການ​ເມືອງ​ທີ່​ເຈ​ລະ​ຈາ​ກັບ​ຮາມ​າສ​ກ່ຽວ​ກັບ​ການ​ປະ​ກອບ​ລັດ​ຖະ​ບານ​ບໍ່​ໄປ​ບໍ່​ມາ,​ທ່ານ​ຈະ​ຍົກ​ເລີກ​ສະ​ພາ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ,​ແລ້ວ​ຈັດ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່.

ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ປົດ​ປ່ອຍ​ຊາດ​ປາ​ເລັສ​ຕິນ​ໃນ​ວັນ​ທີ9​ທັນວາ​ນີ້,ທ່ານ​ອັບ​ບາສກ່າວ​ວ່າ,​ທ່ານ​ຈະ​ເລືອກ​ເອົາ​ການ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ນິ​ຕິ​ບັນ​ຍັດ​ແລະ​ປະ​ນາ​ທິບໍດີ​ປາ​ເລັສ​ຕິນ​ຄືນ​ໃໝ່,​ແຕ່​ຍັງ​ຄົງ​ໄຂ​ປະຕູ​ເຈ​ລະ​ຈາ​ກັບ​ອົງ​ການ​ຮາມ​າສ​ເພື່ອ​ປະກອບ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ.

ຕາມ​ຂ່າວ​ແຈ້ງວ່າ,ອາທິດ​ໜ້າ,ທ່ານ​ອັບ​ບາສ​ຈະ​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ເພື່ອ​ປະ​ກາດ​ການ​ຕົກ​ລົງ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ.

ຖັດຈາ​ນັ້ນ,​ເຈົ້າ​ໜ້າ​ທີ່​ອົງການ​ຮາ​ມາສ ​ກ່າວ​ປະ​ນາມ​ການ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ທ່ານ​ອັບ​ບາສ​ໃນ​ທັນ​ທີ,​ແລະ​ກ່າວ​ວ່າ​ທ່ານ​ອັບ​ບາສ​ບໍ່​ມີ​ສິດ​ອຳ​ນາດ​ຈັດ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່.