ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 19:00:03    
ຂ່າວ​ສະ​ຫຼຸບ​ການ​ແຂ່ງ​ຂັນ​ຂອງ​ງານ​ເອ​ຊຽນ​ເກມ​ໂດ​ຮາ​ໃນ​ວັນ​ທີ​10​ທັນ​ວາ

cri

ຕາມ​ຂ່າວCRI,​ໃນ​ການ​ແຂ່ງຂັນກິລາ​ປະ​ເພດ​ຕ່າງໆຂອງ​ງານ​ເອຊຽນ​ເກມ​ໂດ​ຮາ ​ໃນ​ວັນ​ທີ​10​ທັນ​ວາ​ນີ້,​ຄະ​ນະ​ນັກ​ກິ​ລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​7​ຫຼຽນ.​ຍອດ​ຈຳນວນ​ຫຼຽນ​ຄຳ​ໄດ້​ເພີ່ມ​ຂຶ້ນ​ຮອດ110​ຫຼຽນ​ແລ້ວ,ສືບ​ຕໍ່​ຄອງ​ຖາ​ນະ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາງ​ຫຼຽນ.

ວັນທີ10ທັນວາ,ໃນການແຂ່ງຂັນຟັນດາບດ່ຽວຊາຍ,ທ້າວວາງຈິ່ງຈື່ ນັກກິລາຈີນ(ຊ້າຍ)
ໄດ້ເອົາຊະນະນັກກິລາສ.ເກົາຫຼີແລ້ວໄດ້ຮັບແຊມປຽນ

ຫຼຽນ​ຄຳ7​ຫຼຽນ​ດັ່ງກ່າວ​ໄດ້​ມາ​ຈາກ​ໂດດ​ນ້ຳ​ຄູ່​ເທິງ​ແປ້ນ​ສູງ​3​ແມັດ​ເພດ​ຊາຍ,​ໂດດ​ນ້ຳ​ຄູ່​ເທິງ​ແທ່ນ​ສູງ10​ແມັດ​ເພດ​ຍິງ, ​ແລ່ນ​ຂ້າມ​ຮົ້ວ​100​ແມັດ​ເພດ​ຍິງ, ແລ່ນ​ຂ້າມ​ຮົ້ວ​400​ແມັດ​ເພດ​ຍິງ,​ມວຍ​ປ້ຳ​ແບບ​ເກັຼກ​ບູ​ຮານ​ລຸ້ນ​55​ກິ​ໂລ​ເພດ​ຊາຍ,​ຟັນດາບ​ດ່ຽວ​ຊາຍ,​ຢູ່​ໂດ​ເພດ​ຍິງ​ລຸ້ນ​72​ກິ​ໂລ​ຂຶ້ນ​ໄປ​ເປັນ​ຕົ້ນ.

ນັກກິລາຈີນໃນການແຂ່ງຂັນໂດດນ້ຳຄູ່ເທິງແປ້ນສູງ3ແມັດເພດຊາຍໃນວັນທີ10ທັນວາ

ວັນທີ10ທັນວາ,ນາງເສິນຈົງ ນັກກິລາຈີນຊິງໄດ້ຫຼຽນຄຳໃນການແຂ່ງຂັນ
ເທຄວນໂດລຸ້ນ72ກິໂລຂຶ້ນໄປ

ວັນ​ທີ10​ທັນວາ​ນີ້,ຄະນະ​ນັກ​ກິລາ​ກາ​ຕາ ທີ່​ເປັນ​ປະ​ເທດ​ເຈົ້າພາບ​ສ້າງ​ຜົນ​ງານ​ໄດ້​ດີ​ຫຼາຍ​ຄື​ຊິງ​ໄດ້​ຫຼຽນ​ຄຳ​ສອງ​ຫຼຽນ​ທີ່​ສຳ​ຄັນ​ໃນ​ກິ​ລາ​ແລ່ນ​ແລະ​ລານ​ຄື​ການ​ແລ່ນ​ທົນ​1500​ແມັດ​ເພດ​ຊາຍ​ແລະມາລາ​ທອນ​ເພດ​ຊາຍ.​

ວັນທີ10ທັນວາ,ໃນການແຂ່ງຂັນແລ່ນທົນ1500ແມັດເພດຊາຍ,
ທ້າວບາຊາ ນັກກິລາກາຕາຊິງໄດ້ຫຼຽນຄຳ

ການ​ແຂ່ງ​ຂັນ​ໃນ​ວັນ​ທີ​11​ທັນວາ​ນີ້​ຈະ​ມີ​ການ​ຊິງ​ເອົາ​36​ຫຼຽນ​ຄຳ​.