ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 21:36:21    
ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ຕິ​ຕຽນ​ຢ່າງ​ຮຸນ​ແຮງ​ຕໍ່​ບົດ​ລາຍ​ງານ​ຂອງ​ໜ່ວຍ​ງານ​ຄົ້ນ​ຄວ້າ​ບັນ​ຫາ​ອີ​ຣັກ​ຂອງ​ອາ​ເມ​ລິ​ກາ

cri
ຕາມ​ຂ່າວCRI,​ວັນ​ທີ10​ທັນວາ​ນີ້,ຢູ່​ແບັກ​ແດັດ,ທ່ານ​ຈາ​ລານ ທາລາ​ບາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີຣັກ​ແລະ​ຊາວ​ເຄີ​ດ​ໄດ້​ຈັດ​ກອງ​ປະຊຸມຖະ​ແຫຼ​ງຂ່າວ,ຕິຕຽນ​ຢ່າງ​ຮຸນ​ແຮງ​ຕໍ່​ບົດ​ລາຍ​ງານ​ທີ່​ໜ່ວຍ​ງານ​ຄົ້ນຄວ້າ​ບັນຫາ​ອີຣັກຂອງ​ອາ​ເມ​ລິ​ກາ​ປະກາດ​ໃນ​ວັນ​ທີ6​ທັນ​ວາ​ນີ້.

ທ່ານ​ທາລາ​ບາ​ນີກ່າວ​ວ່າ,ບົດ​ລາຍ​ງານ​ດັ່ງກ່າວ​ບໍ່​ຍຸດຕິ​ທຳ,ຖື​ອີຣັກ​ເປັນ​ບ່ອນ​ລ່າ​ເມືອງ​ຂຶ້ນ,​ແລະ​ເພີ່ມ​​ເຕີມເງື່ອນ​ໄຂ​ໃຫ້​ອີຣັກ​ແບບ​ບັງ​ຄັບ.​ທ່ານ​ກ່າວ​ວ່າ,ຂໍ້​ສະ​ເໜີ​ຈຳນວນ​ໜຶ່ງ​ຂອງ​ບົດ​ລາຍ​ງານ​ແມ່ນ​ອັນຕະລາຍ​ທີ່​ສຸດ.ມັນ​ຈະ​ທຳລາຍ​ອະທິປະ​ໄຕ​ແລະ​ລັດຖະທຳ​ມະ​ນູນ​ອີ​ຣັກ.ພ້ອມ​ກັນ​ນັ້ນ,ທ່ານ​ທາລາ​ບາ​ນີຍັງ​ໄດ້​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ບົດ​ລາຍ​ງານ​ທີ່​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່​ສະ​ໄໝ​ຊັດດາມ​ກັບ​ຄືນ​ສູ່​ ຕຳ​ແໜ່​ງ​ໄດ້.

ວັນ​ທີ8​ທັນວາ​ນີ້,ທ່ານ​ມາ​ຊູດ​ບາ​ຈາ​ນີ ປະທານາທິບໍດີ​ເຂດ​ປົກຄອງ​ຕົນ​ເອງ​ເຄີດ​ອີ​ຣັກ​ຊີ້​ອອກ​ວ່າ,​ບົດ​ລາຍ​ງານ​ກ່າວ​ເນັ້ນ​ວ່າ​ຈະ​ປັບ​ປຸງ​ລັດ​ຖະ​ບານ​ກາງ​ອີ​ຣັກ​ນີ້​ໄດ້​ຝ່າ​ຝືນ​ກັບ​ຫຼັກ​ການ​ລະ​ບອບ​ສະ​ຫະ​ພັນ​ແລະ​ລັດ​ຖະ​ທຳ​ມະ​ນູນ.