ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-12 21:06:14    
ທ່ານ​ອັບ​ບັສ​ອອກ​ຄຳ​ສັ່ງ​ໃຫ້​ຈັດ​ວາງ​ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕິນ​ຢູ່​ແຖບ​ກາ​ຊາ

cri
ຕາມ​ຂ່າວCRI,ວັນ​ທີ12​ທັນ​ວາ​ນີ້,ທ່ານ​ອັບ​ບັສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຈັດ​ວາງ​ກອງ​ທະ​ຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕິນ​ຢູ່​ແຖບ​ກາ​ຊາ.

ທ່ານ​ອັບ​ບັສ​ແມ່ນ​ອອກ​ຄຳ​ສັ່ງ​ດັ່ງກ່າວ​ພາຍຫຼັງ​ລູກ​ສາມ​ຄົນທີ່​ຍັງ​ນ້ອຍ​ຂອງ​ເຈົ້າ​ໜ້າ​ທີ່​ຂ່າວ​ກອງ​ປາ​ເລັສຕິນຜູ່​ໜຶ່ງ​​ເສຍ​ຊີວິດ​ໃນ​​ເວລາຖືກ​ຫຼອນ​ໂຈມ​ຕີ​ຢູ່​ເມືອງ​ກາຊາ.​ຕອນ​ເຊົ້າ​ວັນ​ທີ​12​ທັນ​ວາ​ນີ້,ສະມາຊິກ​ກອງ​ທະຫານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕິນ​ໄດ້​ຍຶດ​ເອົາ​ປາກ​ທາງ​ເສັ້ນ​ສຳ​ຄັນ​ໃນ​ເມືອງ​ກາຊາ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຫດ​ການ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ.

ວັນ​ທີ11​ທັນວາ​ນີ້,ຢູ່​ໜ້າປະຕູ​ໂຮງຮຽນ,​ລູກ​ສາມ​ຄົນ​ທີ່​ຍັງ​ນ້ອຍ​ຂອງ​ເຈົ້າ​ໜ້າ​ທີ່​ຂ່າວ​ກອງ​ຊັ້ນ​ສູງ​ຂອງ​ປາ​ເລັສ​ຕິນ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ອັບ​ບັສ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ຖືກ​ພວກ​ປະ​ກອບ​ອາ​ວຸດ​ທີ່​ບໍ່​ຮູ້​ຖາ​ນະ​ຫຼອນ​ໂຈມ​ຕີ.​ປັດ​ຈຸ​ບັນ,​ຍັງ​ບໍ່​ທັນ​ມີ​ອົງການ​ໃດໆ​ປະ​ກາດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ.​ພາກ​ສ່ວນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕິນ​ພວມ​ດຳ​ເນີນ​ການ​ສຳ​ຫຼວດ​ເຫດ​ການ​ດັ່ງ​ກ່າວ.