ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-13 21:38:16    
ຂ່າວ​ສະ​ຫຼຸບ​ຂອງ​ງານ​ເອ​ຊຽນ​ເກມ​ໂດ​ຮາ​ໃນ​ວັນ​ທີ​13​ທັນ​ວາ

cri

ຕາມ​ຂ່າວCRI,ວັນ​ທີ13​ທັນວາ​ນີ້,​ໃນ​ການ​ແຂ່ງຂັນ​ເທັນິສຕີ​ດ່ຽວ​ເພດ​ຍິງ​ຮອບ​ຊິງ​ຊະນະ​ເລີດ​ຂອງ​ງານ​ເອ​ຊຽນ​ເກ​ມ​ໂດ​ຮາ,ນາງ​ເຈີ້​ງ​ເຈ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະ​ນະ​ນາງ​ຊາ​ເນຍ​ມີຣ​ຈາ ນັກ​ກິລາ​ອິນ​ເດຍດ້ວຍ​ຄະ​ແນນ3​ຕໍ່0,​ແລ້ວ​ຊິງ​ໄດ້​ແຊມ​ປຽນ,ນີ້​ແມ່ນ​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ທີ່​ຄະນະ​ນັກ​ກິລາຈີນ​ຊິງ​ໄດ້​ໃນ​ການ​ແຂ່ງ​ຂັນ​ຂອງ​ວັນ​ທີ13​ທັນວາ​ນີ້.

ນາງເຈິ້ງເຈ ໃນການແຂ່ງຂັນ

ວັນ​ທີ13​ທັນວາ​ນີ້,ງານ​ເອຊຽນ​ເກມ​ໂດ​ຮາ​ຈະ​ດຳ​ເນີນ​ການ​ແຂ່ງຂັນ​ເຮືອ​ໃບ ກັ່ງ​ຟູ ຮອກ​ກີ​ຊົກ​ມວຍ​ແລະ​ອື່ນໆ.​ນັກ​ກິລາ​ປະ​ເທດ​ຕ່າງໆ​ຈະ​ຊິງ​ເອົາ​ຫຼຽນ​ຄຳ​41​ຫຼຽນ.​ພາຍ​ຫຼັງ​ການ​ແຂ່ງ​ຂັນ​ຂອງ​ວັນ​ທີ​13​ທັນ​ວາ​ສິ້ນ​ສຸດ​ລົງ​ແລ້ວ,ຍອດ​ຈຳ​ນວນ​ຫຼຽນ​ຄຳ​ຂອງ​ຄະ​ນະ​ນັກ​ກິ​ລາ​ຈີນ​ອາດ​ຈະ​ຫຼາຍ​ກວ່າ​150ຫຼຽນ​ເຊິ່ງ​ຊິງ​ໄດ້​ໃນ​ງານ​ເອຊຽນ​ເກມ​ບູ​ຊານ​ປີ​2002.

ນັບ​ມາ​ຮອດ​ເວລາ​ລາຍ​ງານ​ຂ່າວ​ນີ້,​ຄະ​ນະ​ນັກ​ກິ​ລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​138​ຫຼຽນ,​ຫຼຽນ​ເງິນ​76​ຫຼຽນ​ແລະ​ຫຼຽນ​ທອງ​58​ຫຼຽນ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາງ​ຫຼຽນ.​ສ.​ເກົາ​ຫຼີ​ເປັນ​ທີ​ສອງ,​ຍີ່​ປຸ່ນ​ເປັນ​ທີ​ສາມ.