ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 18:49:32    
ຂ່າວ​ສະ​ຫຼຸບ​ຂອງ​ງານ​ເອ​ຊຽນ​ເກມ​ໂດ​ຮາ​ຂອງ​ວັນ​ທີ​14​ທັນ​ວາ

cri
ຕາ​ມຂ່າວCRI,ວັນ​ທີ13​ທັນວາ​ນີ້,ງານ​ເອຊຽນ​ເກ​ມ​ໂດ​ຮາ​ສືບ​ຕໍ່​ດຳ​ເນີນ​ໄປ,​ໃນ​ການ​ແຂ່ງ​ຂັນ​ຂອງ​ວັນ​ທີ13​ທັນ​ວາ​ນີ້,​ຄະ​ນະ​ນັກ​ກິລາ​ຈີນ​ຊິງ​ໄດ້​10​ຫຼຽນ​ຄຳ,​ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາງ​ຫຼຽນ​ດ້ວຍ​147​ຫຼຽນ​ຄຳ.

ຫຼຽນ​ຄຳ​10​ຫຼຽນ​ທີ່​ນັກ​ກິລາ​ຈີນ​ຊິງ​ໄດ້​ນັ້ນ​ແມ່ນ​ມາ​ຈາກ​ເທັນ​ນິສ ຊົກ​ມວຍ ສາກົນ​ສະ​ໝັກ​ຫຼິ້ນ,​ໂດດ​ນ້ຳ ລົດ​ຖີບ ຟັນ​ດາບ ຮອກ​ກີ​ແລະ​ກັ່ງ​ຟູ​ເປັນ​ຕົ້ນ.

ການ​ແຂ່ງຂັນ​ບານ​ເຕະ​ເພດ​ຍິງ​ຂອງ​ງານ​ເອຊຽນ​ເກ​ມຄັ້ງ​ນີ້​ໄດ້​ສິ້ນສຸດ​ລົງ​ໃນ​ວັນ​ທີ​13​ທັນ​ວາ​ນີ້.​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ,ທິມ​ສປປ​ເກົາ​ຫຼີ​ກັບ​ທິມຍີ່​ປຸ່ນ​ແມ່ນ​ສະ​ເໝີ​ກັນ​ສູນ​ປະ​ຕູ​ຕໍ່​ສູນ​ພາຍ​ໃນ​ເວລາ​ແຂ່ງຂັນ1​20ນາທີ,​ໃນ​ທີ່​ສຸດ,​ໄດ້​ຕັດ​ສິນ​ດ້ວຍ​ການ​ຍິງ​ລູກ​ໂທດ,​ທິມ​ສປປ​ເກົາ​ຫຼີ​ໄດ້​ຮັບ​ໄຊ​ຊະ​ນະ,​ຫຼຽນ​ຄຳ.​ໃນ​ການ​ແຂ່ງ​ຂັນ​ຊິງ​ເອົາ​ທີ​ສາມ​ແລະ​ທີ​ສີ່,​ທິມ​ຈີນ​ໄດ້​ເອົາ​ຊະນະ​ທິມສ​ເກົາຫຼີ,​ໄດ້​ຫຼຽນ​ທອງ.

ນັບ​ມາ​ຮອດ​ວັນ​ທີ13​ທັນວານີ້,ຄະນະ​ນັກ​ກິລາ​ຈີນ​ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາງ​ຫຼຽນ​ດ້ວຍ147​ຫຼຽນ​ຄຳ 79ຫຼຽນ​ເງິນ​ແລະ61​ຫຼຽນ​ທອງ, ສ​ເກົາຫຼີ​ຊິງ​ໄດ້​51​ຫຼຽນ​ຄຳ 51​ຫຼຽນ​ເງິນ​ແລະ​77ຫຼຽນ​ທອງ, ​ເປັນ​ທີ​2,​ຍີ່​ປຸ່ນຊິງ​ໄດ້​ 49​ຫຼຽນຄຳ 68​ຫຼຽນ​ເງິນ​ແລະ73​ຫຼຽນທອງ ​ເປັນ​ທີ​ສາມ.