ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 21:13:08    
ຂ່າວ​ກິ​ລາ​ຂອງ​ງານ​ເອ​ຊຽນ​ເກມ​ໂດ​ຮາ​ໃນ​ວັນ​ທີ​15​ທັນ​ວາ

cri
ຕາມ​ຂ່າວCRI,​ ວັນ​ທີ14​ທັນວາ​ນີ້,ງານ​ເອຊຽນ​ເກ​ມ​ໂດ​ຮາ​ສືບ​ຕໍ່​ດຳ​ເນີນ​ໄປ, ໃນ​ການ​ແຂ່ງ​ຂັນ​ອູ​ຊູປະ​ເພດ​ສານ​ໂສວ​ລຸ້ນ​56​ກິ​ໂລ, ທ້າວ​​ໂພ​ໄຊ​ອະ​ໄພລັດ ນັກ​ກິລາ​ລາວ​ຊິງ​ໄດ້​ຫຼຽນ​ເງິນ​ໜຶ່ງ​ຫຼຽນ.

ໃນ​ການ​ແຂ່ງຂັນ​ທີ່​ດຳ​ເນີນ​ໃນ​ວັນ​ທີ14​ທັນວາ​ນີ້,​ນັກ​ກິ​ລາ​ຈີນ​ໄດ້​ຮັບ​ຜົນ​ງານ​ດີ​ຫຼາຍ,​ຄື​ຊິງ​ໄດ້17​ຫຼຽນ​ຄຳ​ໃນ​ການ​ແຂ່ງ​ຂັນ​ພາຍ​ເຮືອ​ຄະ​ນູ,​ອູ​ຊູ​ໂດດ​ນ້ຳ ບານ​ນ້ຳ​ເປັນ​ຕົ້ນ.​ສິ່ງ​ທີ່​ເປັນ​ໜ້າ​ກ່າວ​ເຖິງ​ນັ້ນ​ແມ່ນ​ໃນ​ການ​ແຂ່ງ​ຂັນ​ບານ​ບ້ວງ​ເພດ​ຍິງ​ຮອບ​ຊິງ​ຊະ​ນະ​ເລີດ,​ທິມ​ຈີນ​ໄດ້​ເອົາ​ຊະ​ນະ​ທິມ​ໄຕ້​ຫວັນ​ຈີນ​ດ້ວຍ​ຄະ​ແນນ​90​ຕໍ່​59,​ເປັນ​ເທື່ອ​ທີ​ສີ່​ທີ່​ທິມ​ຈີນ​ຊິງ​ໄດ້​ແຊມ​ປຽນ​ຂອງ​ການ​ແຂ່ງ​ຂັນ​ບານ​ບ້ວງ​ເພດ​ຍິງ​ໃນ​ງານ​ເອ​ຊຽນ​ເກມ.

ນັບ​ມາ​ຮອດ​​ເວລາລາຍ​ງານ​ຂ່າວ​ນີ້,ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​164​ຫຼຽນ​ຄຳ,​88​ຫຼຽນ​ເງິນ​ແລະ​63​ຫຼຽນ​ທອງ,​ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ໃນ​ຕາ​ຕະ​ລາງ​ຫຼຽນ.​ສ.ເກົາ​ຫຼີ​ຊິງ​ໄດ້​58​ຫຼຽນ​ຄຳ,​53​ຫຼຽນ​ເງິນ​ແລະ​82​ຫຼຽນ​ທອງ,​ເປັນ​ທີ​ສອງ,​ຍີ່​ປຸນ​ຊິງ​ໄດ້​50​ຫຼຽນ​ຄຳ,​71​ຫຼຽນ​ເງິນ​ແລະ​77​ຫຼຽນ​ທອງ​ເປັນ​ທີ​ສາມ.

ວັນ​ທີ15​ທັນວາ​ນີ້,ງານ​ເອຊຽນ​ເກ​ມ​ໂດ​ຮາ​ຈະ​ອັດ​ງານ,​ໃນ​ການ​ແຂ່ງ​ຂັນ​ມື້​ສຸດ​ທ້າຍ,​ຈະ​ມີ​ການ​ຊິງ​ຊະ​ນະ​ເລີດ​ບານ​ເຕະ​ເພດ​ຊາຍ​ແລະ​ບານ​ບ້ວງ​ເພດ​ຊາຍ. ​ເວ​ລາ​20​ໂມງ​ຂອງ​ວັນ​ທີ15​ທັນວາ ຕາມ​ເວລາ​ທ້ອງ​ຖິ່ນ,​ງານ​ເອ​ຊຽນ​ເກ​ມ​ໂດ​ຮາ​ຈະ​ຈັດ​ພິ​ທີ​ອັດ​ງານ​ຢ່າງ​ໃຫຍ່​ໂຕ,​ນະ​ຄອນ​ກວາງ​ໂຈ່ວ ຂອງ​ຈີນ​ເມືອງ​ເຈົ້າ​ພາບ​ຈັດ​ງານ​ເອ​ຊຽນ​ເກມ​ປີ​2010​ກໍ​ຈະ​ມີ​ການ​ສະ​ແດງ​ເປັນ​ເວ​ລາ​10​ນາ​ທີ​.