ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 21:33:23    
ນັກ​ກິ​ລາ​ລາວ​ຊິງ​ໄດ້​ຫຼຽນ​ເງິນ​ໃນ​ການ​ແຂ່ງ​ຂັນ​ອູ​ຊູ​ປະ​ເພດ​ສານ​ໂສ​ວ​ເພດ​ຊາຍ​ລຸ້ນ​56​ກິ​ໂລ

cri

ທ້າວໂພໄຊ ອະໄພລັດ

ຕາມ​ຂ່າວCRI: ວັນ​ທີ14​ທັນວາ​ນີ້,ງານ​ເອຊຽນ​ເກ​ມ​ໂດ​ຮາ​ສືບ​ຕໍ່​ດຳ​ເນີນ​ໄປ, ໃນ​ການ​ແຂ່ງ​ຂັນ​ອູ​ຊູປະ​ເພດ​ສານ​ໂສວ​ລຸ້ນ​56​ກິ​ໂລ,ທ້າວ​ໂພ​ໄຊ​ອະ​ໄພລັດ ນັກ​ກິລາ​ລາວ​ຊິງ​ໄດ້​ຫຼຽນ​ເງິນ​ໜຶ່ງ​ຫຼຽນ.​ວັນ​ທີ 15 ທັນ​ວາ​ນີ້​ແມ່ນ​ມື້​ສຸດ​ທ້າຍ​ຂອງ​ການ​ແຂ່ງ​ຂັນ​ງານ​ກິລາ​ເອຊຽນ​ເກມ​ໂດ​ຮາ,​ຫລັງ​ຈາກ​ຊິງ​ເອົາ​ຫລຽນ​ຄຳ​ສອງ​ຫລຽນ​ສຸດ​ທ້າຍ​ການ​ແຂ່ງ​ຂັນ​ບານ​ບ້ວງ​ເພດ​ຊາຍ​ແລະ​ການ​ເຕະ​ບາດ​ເພດ​ຊາຍ​ແລ້ວ,​ງານ​ກິ​ລາ​ເອ​ຊຽນ​ເກມ​ຄັ້ງ​ນີ້​ກໍ່​ຈະ​ໄດ້​ອັດ​ລົງ​ຢ່າງ​ຄຶກ​ຄຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ທັນ​ວາ ​ເວ​ລາ​ໂດ​ຮາ.

ທ້າວໂພໄຊອະໄພລັດຖ່າຍຮູບຮ່ວມກັບນັກກິລາອື່ນໆທີ່ໄດ້ຮັບຫຼຽນໃນການແຂ່ງຂັນອູຊູ
ປະເພດສານໂສວເພດຊາຍລຸ້ນ56ກິໂລ

ນັບ​ມາ​ຮອດ​ນັກ​ຂ່າວ​ລາຍ​ງານ​ຂ່າວ​ນີ້,ການ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​ຊິງ​ເປັນ​ທີ​ສາມ​ແລະ​ທີ​ສີ່ໄດ້ສິ້ນ​ສຸດ​ລົງ​ແລ້ວ.ທີ​ມອີຣານຊະນະ​ທີ​ມ​ຊອກ​ດາ​ນີ,​ຊິງໄດ້​ຫລຽນທອງ​ຂອງ​ລາຍການ​ດັ່ງກ່າວ.

ຄະນະ​ນັກ​ກິລາ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຢູ່​ໂດ​ຮາ​ໃນ​ຕອນ​ເຊົ້າວັນ​ທີ 15 ທັນ​ວາ,​ທ່ານ​ຫລີ​ວ​ເຜີ​ງ ຫົວ​ໜ້າ​ຄະ​ນະ ປະ​ທານ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ຈີນ​ຍ້ອງ​ຍໍ​ຊົມ​ເຊີຍ​ງານ​ກິລາ​ເອຊຽນ​ເກ​ມຄັ້ງນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຫລາຍ,​ກ່າວ​ວ່າ,​ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງໃຈ​ຂອງ​ກາ​ຕາ​ເທົ່າ​ນັ້ນ,​ແລະ​ກໍ່​ແມ່ນ​ກຽກສັກ​ສີ​ຂອງ​ອາຊີ.

ທ່ານ​ຫລີ​ວ​ເຜີ​ງກ່າວ​ວ່າ,​ໃນ​ງານ​ກິລາ​ເອຊຽນ​ເກ​ມຄັ້ງນີ້,ຄະນະ​ນັກ​ກິລາ​ຈີນ​ຊິງ​ໄດ້​ຫລຽນ​ຄຳ 160 ກວ່າ​ຫລຽນ,​ເປັນ​ທີ​ໜຶ່ງ​ໃນ​ຕາລາງ​ຫລຽນ​ຄຳ​ງານ​ກິລາ​ເອຊຽນ​ເກ​ມ 7 ​ເທື່ອ​ລຽນຕິດ,​ໄດ້​ສຳ​ເລັດ​ໜ້າ​ທີ່​​ແຂ່ງຂັນ​ຢ່າງ​ຈົບງາມ.

ນັບ​ມາ​ຮອດ​​ເວລານັກ​ຂ່າວ​ລາຍ​ງານ​ຂ່າວ​ນີ້,​ໃນ​ຕາລາງ​ຫລຽນ,ຄະນະ​ນັກ​ກິລາ​ຈີນ​ເປັນ​ທີ​ໜຶ່ງ​ມີ​ຫລຽນ​ຄຳ 165 ຫລຽນ ຫລຽນ​ເງິນ 88 ຫລຽນ ຫລຽນ​ທອງ 63 ຫລຽນ,ສ.​ເກົາຫລີ​ເປັນ​ທີ​ສອງ​ມີ​ຫລຽນ​ຄຳ 58 ຫລຽນ ຫລຽນ​ເງິນ 53 ຫລຽນ ຫລຽນ​ທອງ 82 ຫລຽນ,ຍີ່​ປຸ່ນ​ເປັນ​ທີ​ສາມ​ມີ​ຫລຽນ​ຄຳ 50 ຫລຽນ ຫລຽນ​ເງິນ 71 ຫລຽນ ຫລຽນ​ທອງ 77 ຫລຽນ.ກາ​ຊັກ​ສະຖານ​ແລະ​ໄທ​ຕ່າງ​ເປັນ​ທີ​ສີ່​ແລະ​ທີ​ຫ້າ.