ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-16 17:27:27    
ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຕົກ​ລົງ​​ບັນ​ທຶກ​ຄວາມ​ເສຍ​ຫາຍ​ຂອງ​ປາ​ເລັສ​ຕີນ​ຍ້ອນ​ອິສ​ຣາ​ແອນ​ສ້າງ​ກຳ​ແພງ​ຂັ້ນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 15 ທັນວາ​ນີ້ ສະມັດຊາ​​ໃຫຍ່​ສະຫະ​ປະຊາ​ຊາດ​ສະ​ໄໝທີ 61 ​ໄດ້​ຜ່ານ​ມະຕິ​,ຕົກລົງບັນທຶກຄວາມ​ເສຍ​ຫາຍ​ຂອງ​ປາ​ເລັສຕີນ​ຍ້ອນ​ອິສຣາ​ແອນ​ສ້າງ​ກຳ​ແພງ​ຂັ້ນຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.

ມື້​ດຽວ​ກັນ ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ,​ເພື່ອຫາລື​ການ​ກະທຳ​ຜິດ​ກົດໝາຍຂອງ​ອິສຣາ​ແອນ​ທີ່​ດຳ​ເນີນ​ຢູ່ດິນ​ແດນ​ປາ​ເລັສຕີນທີ່​ເຂົາ​ຍຶດຄອງ. ​ເມື່ອ​ໄດ້​ອະພິ​ປາຍ​ມື້ໜຶ່ງ​ແລ້ວ,​ໃນ​ສຸດ​ທ້າຍ ​ກອງ​ປະຊຸມ​​ໄດ້​ຜ່ານ​ມະຕິ,ຕົກລົງ​ຈະ​ບັນທຶກຄວາມ​ເສຍ​ຫາຍ​ຂອງ​ປາ​ເລັສຕີນ​ຍ້ອນ​ອິສລະ​ແອນ​ສ້າງ​ກຳ​ແພງ​ຂັ້ນຢ່າງຮອບດ້ານ​​ເຂົ້າ​ໃນ​ເອກະສານ.ກອງ​ປະຊຸມ​ຕົກລົງ​ວ່າ,ຈະ​ສ້າງຕັ້ງຫ້ອງການ​​ບັນທຶກ​ຄວາມ​ເສຍ​ຫາຍ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດທີ່ວຽນ,​ເພື່ອຮັບຜິດຊອບ​ການບັນທຶກ​ຄວາມ​ເສຍ​ຫາຍ​​ແລະ​ຮັກສາ​ເອກະສານ​ເຫຼົ່າ​ນີ້ຢ່າງຮອບດ້ານ.

ເດືອນ​ຕຸລາ​ປີ​ນີ້ ທ່ານ​ໂກ​ຟີ ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດໄດ້ສະ​ເໜີ​ບົດ​ລາຍ​ງານ​ໃຫ້​ສະມັດຊາໃຫຍ່​ສະຫະ​ປະຊາ​ຊາດ​​,ສະ​ເໜີ​ໃຫ້​​ບັນ​ທຶນ​ຄວາມ​ເສຍ​ຫາຍ​ດັ່ງກ່າວ.