ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-18 20:55:31    
ກອງ​ປະ​ຊຸມ​ປອງ​ດອງ​ຊາດ​ອີ​ຣັກ​ສິ້ນ​ສຸດ​ລົງ

cri

ຕາມ​ຂ່າວ​CRI:ກອງ​ປະຊຸມ​ປອງ​ດອງ​ຊາດ​ອີຣັກທີ່​ມີ​ຜູ້​ແທນພັກ​ການ​ເມືອງ​ແລະ​ຝ່າຍ​ຕ່າງໆ​ຂອງອີຣັກ200​ກວ່າ​ຄົນ​ເຂົ້າ​ຮ່ວມ​ທີ່​ໄຂ​ຂຶ້ນຢູ່"​ເຂດ​ຂຽວ"​ຂອງແບັກ​ແດັດ​​ໄດ້​ອັດ​ລົງໃນ​ວັນ​ທີ17​ທັນ​ວາ.
ກອງ​ປະຊຸມ​ຮຽກຮ້ອງ​​ໃຫ້​ຄະນະ​ກຳ​ມະການ​ລັດຖະ​ທຳ​ມະນູນທີ່​ປະກອບ​ດ້ວຍ​ຜູ້​ແທນ​ຝ່າຍ​ຕ່າງໆ34​ຄົນລົງ​ມືດັດ​ແກ້​ມາດຕາ​ຕ່າງໆທີ່​ກ່ຽວຂ້ອງ​ໃນ​ລັດຖະທຳ​ມະນູນ​,ປັບປຸງ​ຂໍ້​ກຳນົດ​ກ່ຽວກັບການ​ເຂ່ຍ​ສະມາ​ຊິກ​ພັກ​​ຟື້ນ​ຟູ​ສັງຄົມ​ອາ​ລັບ ອະດີດພັກ​ອຳນາດອອກ​ຈາກ​ຂະ​ບວນວິວັດ​ການ​ເມືອງ,​ແລະ​ສະ​ເໜີ​​​ເຮັດ​ໃຫ້ນາຍົກ​ລັດ​ຖະ​ມົນຕີ​ມີສິດ​​ໃຊ້​ບຸກຄະ​ລະ​ກອນ​ທີ່​ບໍ່​ຖືກ​ຈຳ​ກັບ​ໂດຍ​ຝ່າຍການ​ເມືອງ​ຂອງ​ນາຍົກ.

ໃນ​ກອງ​ປະຊຸມ​ຂ່າວ​ຫຼັງ​ຈາກກອງ​ປະຊຸມ​ອັດ​ລົງ,ທ່ານ​ນາ​ເຊຍ ອານ-​ອາ​ນີ ໂຄ​ສົກຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ກ່າ​ວວ່າ,ຄະນະ​ກຳມະການ​ແຫ່ງ​ໜຶ່ງ​ທີ່​ປະກອບ​ດ້ວຍຄະນະ​ກຳມະການ​ລັດຖະທຳ​ມະນູນ​ຈະ​ຕິດຕາມປະ​ເມີນ​ຂໍ້​ຕົກລົງ​ຕ່າງໆ​ທີ່​ກອງ​ປະຊຸມ​ວາງ​ອອກ​ໃນ2​ເດືອນ​ຂ້າງ​ໜ້າ.ທ່ານ​ເວົ້າ​ວ່າ,​ໃນ​ຕໍ່​ໄປ​ພາຍ​ໜ້າ,ອີຣັກຍັງ​ຈະ​ຈັດ​ກອງ​ປະຊຸມ​ປອງ​ດອງ​ຊາດ​ທີ່​ຄ້າຍຄື​ກັນ,​ເພື່ອຊຸກ​ຍູ້​ຂະ​ບວນການປອງ​ດອງ​ຊາດ.